ທິມຊາດfutsanຍິງຫວຽດນາມເປັນຄັ້ງທຳອິດທີ່ໄດ້ເຂົ້າຮອບຮອງຊະນະເລີດໃນການແຂ່ງຂັນກິລາຊິງແຊ້ມອາຊີ
(VOVWORLD) -ຕອນຄ່ຳວັນທີ 09 ພຶດສະພາ, ຢູ່ປະເທດໄທ, ທິມຊາດ futsan ຍິງຫວຽດນາມ ຍາດໄດ້ໄຊຊະນະ 2 – 1 ກັບຄູ່ແຂ່ງອິນໂດເນເຊຍ, ຜ່ານນັ້ນໄດ້ເຂົ້າໄປຫຼີ້ນໃນຮອບຮອງຊະນະເລີດ ການແຂ່ງຂັນກິລາຊິງແຊ້ມອາຊີ 2018.
ທິມຊາດ futsan ຍິງຫວຽດນາມ
(ພາບ: vietnamnet.vn)
|
ວັນທີ 10 ພຶດສະພາ, ທິມຊາດ futsan ຍິງຫວຽດນາມ ພົບກັບຄູ່ແຂ່ງອີຣານ ເຊິ່ງແມ່ນທິມຮັບຊະນະເລີດໃນຄັ້ງກ່ອນ.
ໃນຂະນະນັ້ນ, ການແຂ່ງຂັນກິລາຊິງແຊ້ມບານເຕະຍິງ U16 ອາຊີຕາເວັນອອກສ່ຽງໃຕ້ທິມຊາດ U16 ຫວຽດນາມ ຍາດໄດ້ໄຊຊະນະ 1 ປະຕູຕໍ່ 0 ກັບທິມຊາດມາເລເຊຍ ໃນນັດຊຸດທ້າຍເພື່ອຍາດເອົາໄຊຊະນະເຂົ້າໄປຫຼີ້ນໃນຮອບຊະນະ. ນັດແຂ່ງຂັ້ນຮອງຊະນະເລີດລະຫວ່າງ U16 ຫວຽດນາມ ແລະ U16 ໄທ ຈະດຳເນີນໃນເວລາ 15 ໂມງ ຂອງວັນທີ 11 ພຶດສະພາ.