ທ່ານນາຍົກລັດຖະມົນຕີ ຫງວຽນຊວງຟຸກໄດ້ເປັນເຈົ້າພາບຈັດ
ກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນ ເຕີແນດກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດ
(vovworld) - ຕອນບ່າຍວັນທີ 23/12, ທ່ານນາຍົກລັດຖະມົນຕີ ຫງວຽນຊວງຟຸກໄດ້ເປັນເຈົ້າພາບຈັດກອງປະຊຸມໂດຍກົງຜ່ານເຄືອຂ່າຍອິນເຕີແນດໃນທົ່ວປະເທດ ກ່ຽວກັບວຽກງານປ້ອງກັນ, ຕ້ານຢາເສບຕິດ ແລະ ບຳບັດຢາເສບຕິດ. ເມື່ອສະຫຼຸບທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວງຟຸກ ຊີ້ແຈ້ງວ່າ, ໄລຍະຜ່ານມາ, ບັນດາອົງການກ່ຽວຂ້ອງໄດ້ຄົ້ນພົບ, ຈັບຕົວ ແລະ ແກ້ໄຂຫຼາຍເຫດຢາເສບຕິດໃຫຍ່. ເຖິງຢ່າງໃດກໍ່ຕາມສະພາບການພວມຜັນແປໄປຢ່າງສັບສົນຢູ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວງຟຸກ ເນັ້ນໜັກວ່າ:
“ສານຂອງລັດຖະບານແມ່ນເຮັດໃຫ້ທົ່ວສັງຄົມຊາບຊືມວ່າອາດສະຍາກຳຢາເສບຕິດ ແລະ ໄປແງ້ນຢາເບຕິດແມ່ນບັນຫາຮີບເຮັ່ງໃນສັງຄົມ, ກໍ່ຜົນຮ້າຍຢ່າງຮ້າຍແຮງ. ຍ້ອນເຫດນັ້ນ, ທັງລະບົບການເມືອງ, ຄອບຄົວ, ປະຊາຄົມ ແລະ ທົ່ວສັງຄົມຕ້ອງເດັດດຽວຕໍ່ສູ້ປ້ອງກັນ, ຕ້ານ ແລະ ຍູ້ໄພຢາເສບຕິດໃຫ້ຖອຍໄປ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ“.
ທ່ານນາຍົກລັດຖະມົນຕີ ຫງວຽນຊວງຟຸກ ຮຽກຮ້ອງໃຫ້ບັນດາກຳລັງປ້ອງກັນຊາຍແດນ, ຕຳຫຼວດທະເລ, ຕຳຫຼວດ, ການບິນ ເພີ່ມທະວີວຽກງານປາບປາມອາດສະຍາກຳຢາເສບຕິດ. ສ່ວນກະຊວງແຮງງານ ທະຫນເສຍອົງຄະ ແລະ ສັງຄົມເປີດກວ້າງບັນດາຮູບແບບບຳບັດຢາເສບຕິດໃນປະຊາຄົມ. ກະຊວງ ສາທາລະນະສຸກ ສືບຕໍ່ຍູ້ແຮງວຽກງານປິ່ນປົວ, ບຳບັດຢາເສບຕິດໃຫ້ມີປະສິດທິຜົນ.