ທ້ອງຖິ່ນຕ່າງໆຕອບສະໜອງງານບຸນ ປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນ ປະທານໂຮ່ຈິມິນ
(ພາບ:ອິນເຕັດແນັດ)
(vovworld) - ໃນໂອກາດລະດູບານໃໝ່ປີມະເສງ, ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ພ້ອມກັນປຸກລະດົມງານບຸນປູກຕົ້ນໄມ້ສະແດງຄວາມຮູ້ບຸນຄຸນປະທານໂຮ່ຈິມິນ ຕະຫຼອດໄປ. ແຂວງຟູທໍ້ ສູ້ຊົນປູກຕົ້ນໄມ້ກ່ວາ 700.000 ຕົ້ນ ແລະ ປູກປ່າໃນເນື້ອທີ່ດິນ 700 ເຮັກຕາໃນໄລຍະເວລາ 1 ເດືອນ. ໃນຂະນະນັ້ນ, ພະນັກງານ, ພາລະກອນ, ຊາວໜຸ່ມບັນດາພະແນກ, ຂະແໜງການ, ໂຮງຮຽນແຂວງຊອກຈັງ ໄດ້ເຂົ້າຮ່ວມພິທີປຸກລະດົມງານບຸນປູກຕົ້ນໄມ້ໃນລະດູບານໃໝ່ປີມະເສງ. ສ່ວນ 11 ເມືອງ, ນະຄອນຂອງແຂວງຮ່າຢາງ ກໍ່ໄດ້ປຸກລະດົມຂະບວນການປູກຕົ້ນໄມ້ ອັນໄດ້ດຶງດູດການເຂົ້າຮ່ວມຂອງພະນັກງານ, ສະມາຊິກພັກ, ນັກຮົບບັນດາກຳລັງປະກອບອາວຸດ, ນັກຮຽນ, ນັກສຶກສາ ແລະ ປະຊາຊົນຊາວເຜົ່າສ່ວນໜ້ອຍນັບພັນຄົນ. ປີ 2013, ຮ່າຢາງ ສູ້ຊົນປູກປ່າໃໝ່ໃນເນື້ອທີ່ດິນເກືອບ 4000 ເຮັກຕາ.