ທ້ອງຖິ່ນຕ່າງໆຜັນຂະຫຍາຍການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 8 (ຊຸດທີ 11)

ທ້ອງຖິ່ນຕ່າງໆຜັນຂະຫຍາຍການປະຕິບັດມະຕິກອງປະຊຸມສູນກາງພັກຄັ້ງທີ 8 (ຊຸດທີ 11) - ảnh 1
ລາຍ​ເຈົາ ​ຈັດກອງ​ປະຊຸມ​​ຜັນ​ຂະຫຍາຍ​ບັນດາ​ມະຕິ,
ຂໍ້​ສະຫຼຸບຂອງກ​ອງປະຊຸມ​ຄັ້ງທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ (ຊຸດ​ທີ 11)
(ພາບ: laichau.gov.vn)


(vovworld) - ວັນ​ທີ 6/1, ຄະນະ​ພັກ​​ແຂວງ ລາຍ​ເຈົາ ​ໄດ້ຈັດກອງ​ປະຊຸມ​​ພະນັກງານຫຼັກ​ແຫຼ່ງ​ທົ່ວ​ແຂວງ​​​ເພື່ອ​ຮຳ່ຮຽນ, ຊາບ​ຊຶມ ​ແລະ ຜັນ​ຂະຫຍາຍ​ບັນດາ​ມະຕິ, ຂໍ້​ສະຫຼຸບຂອງກ​ອງປະຊຸມ​ຄັ້ງທີ 8 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ (ຊຸດ​ທີ 11). ບັນດາ​ຜູ້​ແທນ​ເຂົ້າຮ່ວມ​ກອງ​ປະຊຸມ​ຮັບ​ຟັງ​ການ​ແນະນຳ​ບັນດາ​ເນື້ອ​ໃນ​ຂອງ​ມະຕິ​ກ່ຽວກັບ “ການ​ປ່ຽນ​ໃໝ່ການ​ສຶກສາ​ ​ແລະ ບຳລຸງ​ສ້າງ​ໂດຍ​ພື້ນຖານ ​ແລະ ຮອບ​ດ້ານ,​ ຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຫັນ​ເປັນ​ອຸດສາ​ຫະກຳ ​ແລະ ທັນ​ສະ​ໄໝ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດຕາມ​ກຳນົດ​ທິດ​ສັງຄົ​ມນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ”; ມະຕິ​ກ່ຽວກັບ “ຍຸດ​ທະ​ສາດ​ໃນ​ການ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ສະພາບ​ການ​ໃໝ່”; ຂໍ້​ສະຫຼຸບກ່ຽວກັບ “ ສາ​ພາບການ​ເສດຖະກິດ - ສັງ​ຄົມ ປີ 2013 ​ແລະ ​ເປົ້າໝາຍ, ໜ້າທີ່​ພັດທະນາ​ເສດຖະກິດ - ສັງຄົມ ປີ 2014.”

     ​ໃນ​ວັນ​ທີ 6-7/1, ຄະນະ​ພັກ​​ແຂວງ ​ເງະ​ອານ ກໍ່ຈັດຕັ້ງກອງ​ປະຊຸມ​​ເພື່ອ​ຊາບ​ຊຶມ​ບັນດາ​ມະຕິ,​ຂໍ້​ສະຫຼຸບຂອງປະ​ຊຸມສູນ​ກາງພັກຄັ້ງທີ 8 (ຊຸດ​ທີ 11) ​ເຊັ່ນ​ດຽວກັນ.

ຂ່າວ/ບົດ​ອື່ນ