ພະຍຸ Bebinca ກໍ່ຜົນເສຍຫາຍຢູ່ທາຍບິງ, ຫາຍຟ່ອງ
(ພາບ:vietnamplus.vn)
(vovworld)- ຕອນຄ່ຳວັນທີ 23/6, ພະຍຸ Bebinca ໄດ້ພັດເຂົ້າບັນດາແຂວງແຄມທະເລທາງທິດຕາເວັນອອກຂອງພາກເໜືອ ໃຈກາງພະຍຸແມ່ນຢູ່ແຂວງທາຍບິງ ແລະ ນະຄອນຫາຍຟ່ອງ. ພາຍຫລັງທີ່ພະຍຸຜ່ານໄປ, ໄດ້ເກີດຝົນຕົກໜັກ ແລະ ນ້ຳຖ້ວມ. ປະຈຸບັນຢູ່ແຂວງທາຍບິງ ບໍ່ທັນມີຄວາມເສຍຫາຍໃດໆໂດຍພະຍຸກໍ່ຂຶ້ນ. ແຂວງທາຍບິງ ພວມມານະພະຍາຍາມຮັກສາເນື້ອທີ່ນາ 3800 ເຮັກຕາ ທີ່ໄດ້ຕົກກ້າແລ້ວ ບໍ່ໃຫ້ຖືກນ້ຳຖ້ວມ. ທ່ານນາງກາວທິຫາຍ-ຄະນະຊີ້ນຳປ້ອງກັນ ແລະ ຕ້ານພະຍຸນ້ຳຖ້ວມແຂວງທາຍບິງ ໃຫ້ຮູ້ວ່າ: “ເນື້ອທີ່ຕົກກ້າໄດ້ຮັບການປ້ອງກັນນັບແຕ່ກ່ອນແລ້ວ. ຄະນະຊີ້ນຳປ້ອງກັນ ແລະ ຕ້ານພະຍຸນ້ຳຖ້ວມແຂວງໄດ້ຜັນຂະຫຍາຍກຳລັງ, ເຄື່ອງວັດຖຸປະກອບໄປຍັງທຸກຫົວໜ່ວຍໃນແຂວງ. ຢູ່ຫົວໜ່ວຍໃດ, ເມືອງໃດກໍ່ມີຜູ້ຍາມຕະຫລອດ, ຖ້າຫາກຝົນຕົກກໍ່ໃຫ້ເກີດນ້ຳຖ້ວມຈະຮັບມືໂດຍທັນທີ”.
ຢູ່ແຂວງນາມດິ້ງ, ຍ້ອນຜົນສະທ້ອນຈາກພະຍຸ ໄດ້ເຮັດໃຫ້ນ້ຳທະເລຂຶ້ນພາໃຫ້ຄັນຄູທະເລຢູ່ເມືອງຫາຍເຮົ້າ, ຢາວຖູຍ ນັບຮ້ອຍແມັດຖືກເສາະເຈື່ອນ.
ພະຍຸ Bebinca ໄດ້ເຣັດໃຫ້ແຂວງເງະອານ ຖືກນ້ຳຖ້ວມຢ່າງໜັກໜ່ວງ. ປະຈຸບັນ, ມີເນື້ອທີ່ດິນປູກເຂົ້າກ່ວາ 8000 ເຮັກຕາ, ພືດສຳຮອງ 550 ເຮັກຕາ ແລະ ໜອງລ້ຽງປູກສິນໃນນ້ຳເກືອບ 40 ເຮັກຕາຖືກນ້ຳຖ້ວມ ແລະ 2 ຄົນຖືກນ້ຳຖ້ວມຊຸໄປ.