ທ້ອງຖິ່ນຕ່າງໆເດັດດ່ຽວປ້ອງກັນ, ຄວບຄຸມໂລກລະບາດ Covdi-19

(VOVWORLD) -ຕອນເຊົ້າວັນທີ 16 ມີນາ, ຢູ່ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນຕ່າງໆປະຊາຊົນໄດ້ປະຕິບັດການໃຊ້ຜ້າອັດປາກຢ່າງເຂັ້ມງວດ.

ທ້ອງຖິ່ນຕ່າງໆເດັດດ່ຽວປ້ອງກັນ, ຄວບຄຸມໂລກລະບາດ Covdi-19 - ảnh 1 ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍ

(ພາບປະກອບ: kenh14.vn)

ໂດຍເລີ່ມແຕ່ວັນທີ 16 ມີນາ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ຮຽກຮ້ອງການໃຊ້ຜ້າອັດປາກຢູ່ບັນດາເຂດສາທາລະນະທີ່ເຕົ້າໂຮມຫຼາຍຄົນຄື: ຮ້ານຊັບພະສິນຄ້າ, ສະໜາມບິນ, ສະຖານີລົດໄຟ, ຄິວລົດເມ… ຢ່າງເຂັ້ມງວດ. ຕາມການສັງເກດຂອງນັກຂ່າວ VOV ແລ້ວ, ຕອນເຊົ້າວັນທີ 16 ມີນາ, ຢູ່ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນຕ່າງໆປະຊາຊົນໄດ້ປະຕິບັດການໃຊ້ຜ້າອັດປາກຢ່າງເຂັ້ມງວດ. ປະຊາຊົນສ່ວນຫຼາຍໄດ້ຖືວ່າ, ນີ້ແມ່ນວຽກງານທີ່ຈຳເປັນໃນສະພາບໂລກລະບາດ Covid-19 ພວມມີການຜັນແປຢ່າງສັບສົນ ແລະ ມີຜູ້ຕິດເຊື້ອພະຍາດນັບມື້ນັບເພີ່ມຂຶ້ນ.

        “ຄຳຮຽກຮ້ອງດັ່ງກ່າວຂອງທ່ານນາຍົກລັດຖະມົນຕີແມ່ນຖືກຕ້ອງ, ຍ້ອນນີ້ແມ່ນມາດຕະການຫຼີກລ້ຽງການແຜ່ລະບາດຂອງໂລກພະຍາດ. ທຳມະດາແລ້ວ, ໄປໃສຂ້າພະເຈົ້າກໍ່ໄດ້ໃຊ້ຜ້າອັດປາກແລ້ວ, ກັບເມືອບ້ານກໍ່ໄດ້ລ້າງມືໃຫ້ສະອາດ”.

        ແຂວງ ກວາງນິງ ໄດ້ກະກຽມຮາກຖານດ້ານວັດຖຸ ກໍຄືຮັບປະກັນບັນດາເງື່ອນໄຂສະພາບແວດລ້ອມຢ່າງລອບຄອບທີ່ຖ້ວນເປັນຢ່າງດີທີ່ສຸດ ເພື່ອຕ້ອນຮັບບັນດາຖ້ຽວບິນຈາກເອີລົບ ສົ່ງຊາວຫວຽດນາມ ກັບເມືອປະເທດ. ຕອນເຊົ້າວັນທີ 16 ມີນາ, ສະໜາມບິນ ເວີນດົນ, ແຂວງກວາງນິງ ໄດ້ຮັບ 3 ຖ້ຽວບິນຂອງບໍລິສັດການບິນ Vietnam Airlines, ຂົນສົ່ງຜູ້ໂດຍສານ 159 ຄົນ, ໃນນັ້ນສ່ວນຫຼາຍແມ່ນຊາວ ຫວຽດນາມ ທີ່ບິນຈາກ ລອນດອນ (ອັງກິດ), ປາຣີ (ຝລັ່ງ) ແລະ ຟແຣງຟຸດ (ເຢຍລະມັນ) ມາຫວຽດນາມ.

        ຕອນບ່າຍວັນທີ 15 ມີນາ, ກ່າວຄຳເຫັນທີ່ການໄປກວດກາວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid-19 ຢູ່ທ່າອາກາດສະຍານສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໂດ້ຊວນຕວຽນ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຄວບຄຸມໂລກລະບາດ Covid-19, ສະເໜີວ່າ, ທ່າອາກາດສະຍານສາກົນ ໂນ້ຍບ່າຍ ສ້າງແຜນການກ່ຽວກັບການປ້ອງກັນ, ກຽມພ້ອມຕ້ອນຮັບຜູ້ໂດຍສານມາເປັນຈຳນວນຫຼວງຫຼາຍ; ດຳເນີນການສີດຢາຂ້າເຊື້ອຢ່າງລ້ຽນຕິດ; ສົມທົບກັບກອງທັບເພື່ອພາຜູ້ໂດຍສານມາເຂດແຍກຕົວໃຫ້ຖືກຕາມຂໍ້ກຳນົດ.

        ສ່ວນຢູ່ເມືອງເກາະ ຟູ໊ກ໊ວດ, ແຂວງ ກຽນຢາງ, ພາຍຫຼັງຢັ້ງຢືນມີຜູ້ຕິດເຊື້ອໄວຣັດ Covid-19 (ຜູ້ຕິດເຊື້ອໄວຣັດທີ 54) ໄດ້ພັກຜ່ອນຢູ່ໂຮງແຮມ La Nube Residence ນັບແຕ່ວັນທີ 09 – 13 ມີນາ, ທາງເມືອງ ໄດ້ປິດປະຕູໂຮງແຮມ, ແຍກຕົວພາລະກອນທຸກຄົນ ແລະ ສີດຢາຂ້າເຊື້ອໃນບໍລິເວນໂຮງແຮມທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ