(vovworld) - ເນື່ອງໃນໂອກາດງານບຸນໄຫວ້ພະຈັນ 2013, ຕອນຄໍ່າວັນທີ 15 ກັນຍາ, ທ່ານຮອງນາຍົກລັດຖະມົຕີ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ເຂົ້າຮ່ວມ “ງານບຸນໄຫວ້ພະຈັນ” ພ້ອມກັບບັນດາເຍົາວະຊົນຢູ່ບ້ານເດັກ SOS ດ່າຫຼາດ, ແຂວງເລີມດົງ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຍາມໃດ ພັກ ແລະ ລັດ ພ້ອມກັບປະຊາຊົນ ກໍ່ເອົາໃຈໃສ່ເຖິງຜູ້ປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ໂດຍສະເພາະແມ່ນເດັກນ້ອຍ.
ດ້ວຍຫົວຂໍ້ວ່າ “ງານບຸນໄຫວ້ພະຈັນເຊື່ອມຕໍ່ຄວາມຮັກແພງ ມຸ່ງໄປເຖິງເດັກນ້ອຍ ຊົນເຜົ່າ - ເຂດພູດອຍ”, ຕອນຄໍ່າວັນທີ 15 ກັນຍາ, ຢູ່ແຂວງຮ່ວາບິ່ງ, ສະມາຄົມປົກປ້ອງສິດຂອງເດັກຫວຽດນາມ ສົມທົບກັບຄະນະກຳມະການຊົນເຜົ່າກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ, ຄະນະກຳມະການປະຊາຊົນແຂວງຮ່ວາບິ່ງ ໄດ້ຈັດພິທີມອບທຶນສຶກສາ 500 ພູດ ແລະ ຂອງຂວັນ 1.000 ພູດ ໃຫ້ແກ່ເດັກນ້ອຍນັກຮຽນທີ່ທຸກຍາກແຕ່ຮຽນເກັ່ງ, ນັກຮຽນຊາວຊົນເຜົ່າ, ເຂດພູດອຍຂອງ 4 ແຂວງຄື: ຮ່ວາບິ່ງ, ເຊີນລາ, ຟຸຖໍ້, ແທງຮ໋ວາ ແລະ ເດັກພິການຂອງໂຮງຮຽນ ຫງວຽນດິ່ງຈຽວ (ຮ່າໂນ້ຍ). ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລິວ ໄດ້ຍ້ອງຍໍບັນດາກະຊວງ, ຂະແໜງການສູນກາງ ແລະ ແຂວງຮ່ວາບິ່ງ ກໍ່ຄືບັນດາວິສາຫະກິດ, ສ່ວນບຸກຄົນ ໄດ້ຈັດຕັ້ງງານບຸນໄຫວ້ພະເຈັນ ໃຫ້ແກ່ພວກເດັກ.