ທ້ອງຖິ່ນຕ່າງໆໃນທົ່ວປະເທດຈັດຕັ້ງບັນດາການເຄື່ອນໄຫວຕອບບຸນແທນຄຸນບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ
ແຂວງຮ່າຢາງຈັດຕັ້ງການໄປຢື້ຢາມຖາມຂ່າວ,
ມອບຂອບຂັວນໃຫ້ 4.700 ກວ່າເປົ້າໝາຍ
(ພາບປະກອບ: hagiang.gov.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ (27/07/1947 – 27/07/2016), ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ ໄດ້ຈັດຕັ້ງບັນດາການເຄື່ອນໄຫວ “ຕອບບຸນແທນຄຸນ”, ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາແມ່ຫວຽດນາມ ວິລະຊົນ, ບັນດາທະຫານເຈັບປ່ວຍ ແລະ ທະຫານເສຍອົງຄະ, ສະແດງຄວາມຮູ້ບຸນຄຸນສຳລັບບັນດາຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຕາມພະແນກແຮງງານ, ທະຫານເສຍອົງຄະ ແລະ ສັງຄົມແຂວງຮ່າຢາງ ແລ້ວ, ເນື່ອງໃນໂອກາດວັນທີ 27/07/2016, ປີນີ້ແຂວງໄດ້ຈັດຕັ້ງການໄປຢື້ຢາມຖາມຂ່າວ, ມອບຂອບຂັວນໃຫ້ 4.700 ກວ່າເປົ້າໝາຍ ນອນໃນນະໂຍບາຍ, ຜູ້ທີມີຄຸນງາມຄວາມດີ, ຂອງຂວັນແຕ່ລະພູດມີມູນຄ່າ 300.000 ດົ່ງ. ແຂວງຮ່າຢາງ ກໍ່ສືບຕໍ່ຜັນຂະຫຍາຍແຜນການໜູນຊ່ວຍການສ້ອມແປງ ແລະ ກໍ່ສ້າງເຮືອນຫຼັງໃໝ່ໃຫ້ບັນດາຄອບຄົວຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.
ຄະນະກຳມະການແຂວງກວາງນາມ ໄດ້ສະຫງວນຈຳນວນເງິນເກືອບ 20 ຕື້ດົ່ງ ເພື່ອຢື້ຢາມຖາມຂ່າວ, ລະດົມກຳລັງໃຈແກ່ບັນດາຜູ້ມີຄຸນງາມຄວາມດີ ແລະ ຍາດຕິພີ່ນ້ອງບັນດາຜູ້ທີ່ມີຄຸນງາມຄວາມດີ. ຕາມນັ້ນແລ້ວ, ແຂວງໄດ້ໜູນຊ່ວຍ 8 ຫົວໜ່ວຍຄຸ້ມຄອງ, ລ້ຽງດູ, ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ; ຢື້ຢາມຖາມຂ່າວ ແລະ ມອບຂອງຂວັນໃຫ້ບັນດາຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ…
ແຂວງບິ່ງເຟື໋ອກ, ຮ່ວາບິ່ງ ກໍໄດ້ຈັດຕັ້ງບັນດາຄະນະໄປຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນແຂວງ.