ທະ​ນາ​ຄານ​ກາງ ອາ​ເມ​ລິ​ກາ ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ ຄັ້ງ​ທີ 7 ຢ່າງ​ລຽນ​ຕິດ

(VOVWORLD) - ວັນທີ 12 ມິຖຸນາ, ທະນາຄານກາງ ອາເມລິກາ (Fed) ໄດ້ຕົກລົງຮັກສາອັດຕາດອກເບ້ຍພື້ນຖານໃນປັດຈຸບັນ ໃຫ້ຢູ່ໃນລະດັບແຕ່ 5,25% - 5,5%.
ທະ​ນາ​ຄານ​ກາງ ອາ​ເມ​ລິ​ກາ ຮັກ​ສາ​ອັດ​ຕາ​ດອກ​ເບ້ຍ​ພື້ນ​ຖານ ຄັ້ງ​ທີ 7 ຢ່າງ​ລຽນ​ຕິດ - ảnh 1ສຳນັກງານຂອງທະນາຄານກາງ ອາເມລິກາ (ພາບ: AFP/TTXVN)

ນີ້ແມ່ນຄັ້ງທີ 7 ທີ່ Fed ຮັກສາອັດຕາດອກເບ້ຍດັ່ງກ່າວ, ເຊິ່ງເປັນອັດຕາສູງສຸດໃນຮອບເວລາ 23 ປີຜ່ານມາ. ບັນດາເຈົ້າໜ້າທີ່ຂອງທະນາຄານກາງ ອາເມລິກາ ຄາດຄະເນວ່າ ໄພເງິນເຟີ້ໃນປີ 2024 ນີ້ ຈະຢູ່ໃນລະດັບ 2,6%, ສູງກວ່າເມື່ອທຽບໃສ່ລະດັບ 2,4% ເຊິ່ງໄດ້ຄາດຄະເນໃນເດືອນ ມີນາ ທີ່ຜ່ານມາ. Fed ຄາດຄະເນວ່າ ໄພເງິນເຟີ້ຈະຫຼຸດລົງ 2,3% ໃນປີໜ້າ ແລະ ກັບຄືນສູ່ລະດັບເປົ້າໝາຍ 2% ໃນປີ 2026. ທ້າຍປີ 2023, Fed ເຄີຍຄາດຄະເນວ່າ ອາດຈະຫຼຸດອັດຕາດອກເບ້ຍ 3 ຄັ້ງໃນປີນີ້, ແຕ່ດ້ວຍແຈ້ງການໃນວັນທີ 12 ມິຖຸນາຂອງອົງການນີ້ ຄາດວ່າ ຈະຫຼຸດອັດຕາດອກເບ້ຍໄດ້ພຽງ ຄັ້ງດຽວໃນທ້າຍປີ 2024 ນີ້ ດ້ວຍລະດັບ 0,25%.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ

 

ຕອບກັບ

ຂ່າວ/ບົດ​ອື່ນ