ທະນາຄານນະໂຍບາຍສັງຄົມປະຕິບັດ ນະໂຍບາຍຮັບປະກັນຊີວິດສັງຄົມ ເປັນຢ່າງດີ

ທະນາຄານນະໂຍບາຍສັງຄົມປະຕິບັດ ນະໂຍບາຍຮັບປະກັນຊີວິດສັງຄົມ ເປັນຢ່າງດີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh
ເຮັດ​ວຽກກັບ​ທະນາຄານ​ນະ​ໂຍບາຍຮັບປະກັນ​ຊີ​ວິດ​ສັງຄົມ
(ພາບ: vuvanninh.net )


( vovworld ) –   ​ຕອນ​ບ່າຍ​ວັນ​ທີ 23/3, ໃນ​ການ​ເຮັດ​ວຽກກັບ​ທະນາຄານ​ນະ​ໂຍບາຍຮັບປະກັນ​ຊີ​ວິດ​ສັງຄົມ​​, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ສະ​ເໜີ​ໃຫ້​ທະນາຄານຕ້ອງ​ປະຕິບັດ​ບັນດາ​​ນະ​ໂຍບາຍຮັບປະກັນ​ຊີ​ວິດ​ສັງຄົມ​ຂອງ​ລັດຖະບານ​ໃຫ້​ດີກ​ວ່າ​ອີກ. ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ໄດ້​ເອົາ​ໃຈ​ໃສ່​​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ພ້ອມກັບ​ທະນາ​ຄານ​ນະ​ໂຍບາຍ​ສັງຄົມ​ຄວນ​​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີ​ວິດ​ສັງຄົມຕິດ​ພັນ​ກັບ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່, ຄົ້ນຄວ້າ​ເປີດ​ກວ້າງ​ຂອບ​ເຂດ​ກຸ່ມ​ເປົ້າ​ໝາຍ​ທີ່​ໄດ້ຊົມ​ໃຊ້ນະ​ໂຍບາຍ​ທີ່ເໝາະ​ສົ​ມກັບ​ຄວາມ​ສາມາດ ​ແລະ ການ​ພັດທະນາ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ