ທະນາຄານນະໂຍບາຍ ສັງຄົມປົວແປງຊີວິດ ຂອງປະຊາຊົນ

ທະນາຄານນະໂຍບາຍ ສັງຄົມປົວແປງຊີວິດ ຂອງປະຊາຊົນ - ảnh 1

(ພາບປະກອບ:doanhnghieptrunguong.vn)

(vovworld)- ​ຕອນ​​ເຊົ້າວັນ​ທີ 15/4, ກ່າວ​ຄຳ​ເຫັນຊີ້​ນຳ​ກອງ​ປະຊຸມ​ສະຫລຸບ 10 ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ​ນະ​ໂຍບາຍ​ສັງຄົມ (​ໄລຍະ2003-2013). ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ທະນາຄານ​ຈົ່ງ​ປະຕິ​ບັດ​​ເປັນ​ຢ່າງ​ດີບັນດາ​ໜ້າ​ທີ່​ມາດ​ຕະການ​ໄດ້​ວາງ​ອອກ​ໃນ​ຍຸດ​ທະ​ສາດພັດທະນາ​ໄລຍະ 2011-2020, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ມາດ​ຕະການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ສ້າງ​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຮັບປະກັນ​ຊີວິດ​ສັງຄົມ ຕາມ​ເນື້ອ​ໃນ​ຈິດ​ໃຈ​ບັນດາມະຕິຊີ້​ນຳ​ບໍລິຫານ​ພັດທະນາ​ເສດຖະກິດ​ສັງຄົມ​ປະຈຳ​ປີ​ຂອງ​ລັດຖະບານ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ຖື​ວ່າ: ການ​ເຄື່ອນ​ໄຫວ​ຂອງທະນາຄານ​ນະ​ໂຍບາຍ​ສັງຄົມ ຫວຽ​ດນາມ ຍາມ​ໃດ​ກໍ່​ຕິດ​ແທດ​ກັບ​ຈຸດໝາຍ​ລະດົມບັນດາ​ແຫຼ່ງກຳລັງ​ການ​ເງິນ​ເພື່ອ​ສ້າງ​ແຫຼ່ງທຶນ, ຈັດຕັ້ງປະຕິບັດ​ບັນດາ​ໂຄງການ​ສິນ​ເຊື່ອ​ນະ​ໂຍບາຍ​ຂອງ​ລັດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ປົວ​ແປງ ​ແລະ ຍົກສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ໃຫ້​ກະຊວງ​ການ​ເງິນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ທະນາຄານ​ແຫ່ງ​ລັດຈົ່ງ​ຄົ້ນຄ້ວາ​ບັນດາ​ມາດ​ຕະການ​ຍົກ​ສູງຄວາມ​ສາມາດ​ດ້ານ​ການ​ເງິນ ​ແລະ ​ເພີ່ມ​ລັກສະນະ​ເປັນ​ເຈົ້າການ​ຂອງທະນາຄານ​ນະ​ໂຍບາຍ​ສັງຄົມ ຫວຽດນາມ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການກູ້​ຢືມ​ທຶນ​ຂອງ​ຄອບຄົວ​ທຸກ​ຍາກ ​ແລະ ​ເປົ້າໝາຍ​ນະ​ໂຍບາຍ​ນັບ​ມື້​ນັບ​ດີ​ກ່ວາ.

 

ຂ່າວ/ບົດ​ອື່ນ