( vovworld ) - ຕອນເຊົ້າວັນທີ 7/7, ຢູ່ຮ່າໂນ້ຍ, ທະນາຄານແຫ່ງລັດຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວຂອງຂະແໜງທະນາຄານໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ໃນ 6 ເດືອນທ້າຍປີ 2012. ໃນ 6 ເດືອນຕົ້ນປີ 2012 ທະນາຄານແຫ່ງລັດຫວຽດນາມ ໄດ້ເປັນເຈົ້າການໃນການບໍລິຫານນະໂຍບາຍເງິນຕາ ມີການຊີ້ນຳນຳພາຕະຫຼາດ, ດອກເບ້ຍບໍລິຫານໄດ້ຫຼຸດລົງຢ່າງໄວແຕ່ 4 – 5%, ເໝາະສົມກັບການຜັນແປຂອງວິກິດການໄພເງິນເຟີ້, ເສດຖະກິດມະຫາພາກ ແລະ ຕະຫຼາດເງິນຕາ. ການຊຳລະເງິນດົງຫວຽດນາມ ຂອງທົ່ວລະບົບໄດ້ຮັບການຮັບປະກັນ ແລະ ທ່າອ່ຽງໄດ້ຮັບການປັບປຸງດີກວ່າເມື່ອທຽບໃສ່ທ້າຍປີ 2011 ຍ້ອນການລະດົມທຶນໄດ້ເພີ່ມຂຶ້ນສູງ. ພິເສດພາຍຫຼັງ 6 ເດືອນທີ່ຜັນຂະຫຍາຍການສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຄືນໃໝ່ຢ່າງຂ້ຽວຂາດ, ຄວາມສຽງຂອງລະບົບໄດ້ຮັບການຄວບຄຸມ, ໄພລົ້ມລະລາຍຂອງລະບົບຖືກຍູ້ໃຫ້ຖອຍໄປເທື່ອລະກ້າວ. ຜູ້ວ່າການທະນາຄານແຫ່ງລັດ Nguyen Van Binh ໄດ້ຢືນຢັນວ່າ.
“ໃນ 6 ເດືອນທີ່ຜ່ານມາ, ພວກເຮົາໄດ້ປັບປຸງຄວາມສາມາດຊຳລະຂອງລະບົບທະນາຄານຢ່າງຕັ້ງໜ້າ. ບົນພື້ນຖານນັ້ນ ສ້າງພື້ນຖານກີດຂວາງການລົ້ມລະລາຍຂອງບັນດາອົງການສິນເຊື່ອ. ບັນດາອົງການສິນເຊື່ອທີ່ອ່ອນດ້ອຍໄດ້ຮັບການຄວບຄູມຢ່າງເຄັ່ງຄັດ ແລະ ມີເງື່ອນໄຂສ້າງອົງປະກອບແຫຼ່ງທຶນຂອງຕົນ ເພື່ອເຮັດໃຫ້ສະພາບການເງິນເປັນປົກກະຕິເທື່ອລະກ້າວ ”