ທະນາຄານແຫ່ງລັດແກ້ໄຂຄວາມຫຍຸ້ງຍາກດ້ານທຶນຮອນໃຫ້ແກ່ວິສາຫະກິດ
(VOVWORLD) -ທະນາຄານແຫ່ງລັດຈະປັບປຸງຈົດໝາຍລັດຖະການເລກທີ 1 ຕາມທິດສ້າງເງື່ອນໄຂສະດວກໃຫ້ແກ່ບັນດາອົງການໜູນຊ່ວນລູກຄ້າທີ່ຖືກຜົນສະທ້ອນຈາກໂລກລະບາດ Covid -19.
ກອງປະຊຸມເຊື່ອມຕໍ່ລະຫວ່າງ ທະນາຄານ ແລະ ວິສາຫະກິດ ຢູ່ແຂວງແຄ໊ງຮ່ວາ
(ພາບ: thoibaonganhang.vn)
|
ນີ້ແມ່ນຂ່າວຄາວທີ່ໄດ້ຍົກອອກໃນກອງປະຊຸມເຊື່ອມຕໍ່ລະຫວ່າງ ທະນາຄານ ແລະ ວິສາຫະກິດ ໂດຍທະນາຄານແຫ່ງລັດຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງແຄ໊ງຮ່ວາຈັດຕັ້ງຂຶ້ນ.
ທ່ານນາງ ຫງວຽນທິຮົ່ງ, ຮອງຜູ້ວ່າການທະນາຄານແຫ່ງລັດຫວຽດນາມໃຫ້ຮູ້ວ່າ: ປັດຈຸບັນ, ທົ່ວປະເທດພວມກ້າວເຂົ້າສູ່ໄລຍະໃໝ່ທັງປ້ອງກັນ, ສະກັດກັ້ນໂລກລະບາດ ທັງຟື້ນຟູເສດຖະກິດຕາມການຊີ້ນຳຂອງນາຍົກລັດຖະມົນຕີ. ຂະແໜງທະນາຄານຈະສືບຕໍ່ປັບປຸງນະໂຍບາຍເງິນຕາ, ອັດຕາດອກເບ້ຍ, ອັດຕາແລກປ່ຽນ…ສ້າງເງື່ອນໄຂໃຫ້ບັນດາອົງການສິນເຊື່ອໜູນຊ່ວຍວິສາຫະກິດຟື້ນຟູເສດຖະກິດ, ດຳເນີນທຸລະກິດ.