ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງກ່າວຄຳເຫັນທີ່ພິທີ
ພາບ:vov
|
(vovworld)- ມາເຂົ້າຮ່ວມແລະ ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 68 ປີແຫ່ງວັນມູນເຊື້ອທະນາຍຄວາມຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງ ໄດ້ຢືນຢັນວ່າ: ໃນວິວັດຍູ້ແຮງການຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄຫມ, ເຊື່ອມໂຍງເຂົ້າກັບສາກົນ ແລະ ປະຕິຮູບຕຸລາການ, ກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ, ຮຽກຮ້ອງວົງການທະນາຍຄວາມຕ້ອງເສີມຂະຫຍາຍມູນເຊື້ອ, ຄຸນນະທາດ ແລະ ຄວາມຮັບຜິດຊອບຂອງຕົນ ເພື່ອສືບຕໍ່ປະກອບສ່ວນໃຫ້ຫລາຍກວ່າ,ສືບຕໍ່ຢືນຢັນບົດບາດ, ທີ່ຕັ້ງຂອງຕົນໃນພາລະກິດລວມຂອງປະເທດຊາດ.
“ຫນ້າທີ່ຂອງທະນາຍຄວາມແມ່ນຜ່ານການເຄື່ອນໄຫວວິຊາຊີບຂອງຕົນ, ປະກອບສ່ວນສຳຄັນເພື່ອຍົກສູງອຳນາດນິຕິບັນຍັດໃນການເຄື່ອນໄຫວຂອງບັນດາອົງການລັດ, ເຮັດໃຫ້ອຳນາດນິຕິບັນຍັດກາຍເປັນປັດໄຈຊີ້ຂາດທຸກການເຄື່ອນໄຫວຂອງບັນດາອົງການຈັດຕັ້ງ, ສ່ວນບຸກຄົນໃນຂົງເຂດເສດຖະກິດ, ສັງຄົມ.”