ກຸ່ມກໍ່ການຮ້າຍ Abu Sayyaf
(ພາບ: jakartagreater.tumblr.com)
|
(vovworld) – ວັນທີ 28/3, ແຫຼ່ງຂ່າວການທະຫານໃຫ້ຮູ້ວ່າ: ລູກເຮືອ ອິນໂດເນເຊຍ 10 ຄົນ ທີ່ໄດ້ຮັບຖືວ່າຖືກກຸ່ມກໍ່ການຮ້າຍ Abu Sayyaf ລອບຈັບຕົວຢູ່ນອກຝັ່ງທະເລແຂວງ Tawi – tawi, ທາງພາກໃຕ້ ຟີລິບປິນ. ແຫຼ່ງຂ່າວດັ່ງກ່າວບໍ່ໄດ້ເວົ້າແຈ້ງກ່ຽວກັບເວລາເກີດການລອບຈັບຕົວ, ແຕ່ກອງທັບໄດ້ຮັບຂ່າວດັ່ງກ່າວໃນຕອນບ່າຍວັນທີ 28/3. ກຳ່ປັ່ນຂົນສົ່ງບັນດາລູກເຮືອຖືກກຸ່ມທະຫານກະບົດຄວບຄຸມ ເມື່ອພວມເດີນທະເລຈາກ ອິນໂດເນເຊຍ ເຖິງ ມານີລາ. ໜຶ່ງໃນບັນດາຜູ້ປະສົບເຄາະຮ້າຍໄດ້ໂທລະສັບປະກາດວ່າເຂົາເຈົ້າພວມຖືກກຸ່ມ Abu Sayyaf ລອບຈັບຕົວ ແລະ ກຸ່ມທະຫານກະບົດດັ່ງກ່າວຮຽກຮ້ອງເອົາເງິນແລກຄ້າໄຖ່ ແລະກໍ່ໃນຕອນບ່າຍວັນດຽວກັນ, ອຳນາດການປົກຄອງປະຈຳຖິ່ນໄດ້ພົບເຫັນເຮືອຈັກລຳໜຶ່ງຢູ່ເກາະ Languyan ຂຶ້ນກັບແຂວງ Tawi – tawi.