ທະຫານກະບົດISນັບສິບຄົນຖືກດັບສູນຢູ່ອີຣັກ
ທະຫານກະບົດ IS
(ພາບປະກອບຈາກ: AFP/TTXVN)
|
(vovworld) – ກະຊວງປ້ອງກັນປະເທດ ອີຣັກ ໃຫ້ຮູ້ວ່າ: ທະຫານກະບົດທັງໝົດ 40 ຄົນທີ່ຂຶ້ນກັບອົງການ “ລັດອິດສະລາມ” IS ອ້າງຊື່ເອງ ຖືກດັບສູນໃນການບຸກໂຈມຕີເມື່ອວັນທີ 20/6 ຂອງທະຫານປະສົມໂດຍ ອາເມລິກາ ນຳໜ້າ, ກໍ່ຄືໃນບັນດາການປະທະກັນກັບກຳລັງປ້ອງກັນຄວາມສະຫງົບ ອີຣັກ ແລະ ທະຫານລາດສະໜັບສະໜູນລັດຖະບານຢູ່ເຂດຕາເວັນຕົກ Anbar ແລະ ພາກເໜືອນະຄອນຫຼວງ ແບດແດດ. ກະຊວງດັ່ງກ່າວກໍ່ໃຫ້ຮູ້ວ່າ: ທະຫານລັດຖະບານ, ດ້ວຍການໜູນຫຼັງຂອງບັນດາເຮືອບິນຂອງທະຫານປະສົມສາກົນ ແລະ ອີຣັກ ໄດ້ປະທະກັນກັບທະຫານກະບົດ IS ຢູ່ໃກ້ກັບເທດສະບານ Garma ຖືກ IS ຍືດຄອງ, ຫ່າງຈາກ ແບດແດດ ໄປທາງທິດຕາເວັນຕົກປະມານ 50 ກມ, ດັບສູນທະຫານກະບົດໄດ້ IS 12 ຄົນ. ໃນຂະນະນັ້ນ, ທະຫານລັດຖະບານ ແລະ ກຳລັງທະຫານລາດ Hashd Shaadi ກໍ່ດັບສູນທະຫານກະບົດຫົວຮຸນແຮງໄດ້ 25 ຄົນໃນບັ້ນຮົບຢູ່ໃກ້ກັບເຂດ Tarmiyah, ຫ່າງຈາກແບດແດດໄປທາງທິດເໜືອປະມານ 40 ກມ. ນອກນັ້ນ, ບັນດາກຳລັງປ້ອງກັນຄວາມສະຫງົບກໍ່ໄດ້ຍືດຄອງສາງ ອາວຸດໃຫຍ່ 2 ແຫ່ງຢູ່ Abu Ghraid ແລະ ໃກ້ກັບເທດສະບານ Garma.