ທະຫານ​ເຮືອ ລັດ​ເຊຍ, ຈີນ ​ແລະ ອີຣານ ຝຶກ​​ແອບ​ການ​ຍິງ​ບັນດາ​ເປົ້າໝາຍຢູ່ ທະ​ເລ

(VOVWORLD) -ວັນທີ 28 ທັນວາ, ບັນດາກອງເຮືອຮົບຂອງ ລັດເຊຍ, ຈີນ ແລະ ອີຣານ ໄດ້ອອກຈາກທ່າກໍ່າປັ່ນ Chabahar ຂອງ ອີຣານ ແລະ ເຄື່ອນຍ້າຍໄປທາງທິດເໜືອຂອງ ມະຫາສະໝຸຸດອິນເດຍ ແລະ ທະເລ ໂອມານ  ເພື່ອດໍາເນີນການຊ້ອມຮົບຄັ້ງທໍາອິດ ທີ່ແກ່ຍາວເປັນເວເລ 4 ວັນ.

         ໃນມື້ທີ 2 ດໍາເນີນການຊ້ອບຮົບຮ່ວມ, ວັນທີ 28 ທັນວາ, ບັນດາກອງເຮືອຮົບຂອງ ລັດເຊຍ, ຈີນ ແລະ ອີຣານ ໄດ້ອອກຈາກທ່າກໍ່າປັ່ນ Chabahar ຂອງ ອີຣານ ແລະ ເຄື່ອນຍ້າຍໄປທາງທິດເໜືອຂອງ ມະຫາສະໝຸຸດອິນເດຍ ແລະ ທະເລ ໂອມານ  ເພື່ອດໍາເນີນການຊ້ອມຮົບຄັ້ງທໍາອິດ ທີ່ແກ່ຍາວເປັນເວເລ 4 ວັນ. ກອງເຮືອຮົບຂອງບັນດາປະເທດດັ່ງກ່າວ ໄດ້ຝຶກແອບການຍິງບັນດາເປົ້າໝາຍທີ່ໄດ້ກໍານົດລ່ວງໜ້າ ດ້ວຍອາວຸດປະເພດຕ່າງໆ.

        ບັນດາການຊ້ອມຮົບຮ່ວມຂອງ ຈີນ ແລະ ລັດເຊຍ ໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາຜົນງານອັນໃຫຍ່ຫຼວງທີ່ສຸດຂອງການທູດປ້ອງກັນຊາດຂອງ ອີຣານ, ແນໃສ່ສົ່ງສານຕໍ່ບັນດາປະເທດຕາເວັນຕົກ ໃນສະພາບການທີ່ ອາເມລິກາ ພວມມານະພະຍາຍາມນໍາບັນດາປະເທດເຂົ້າພັນທະມິດການເດີນເຮືອ ເພື່ອເຂົ້າຮ່ວມການລາດຕະເວນຢູ່ ອ່າວ ເປີເຊຍ. ສະຖານີໂທລະພາບຂອງ ອີຣານ ເນັ້ນໜັກວ່າ ການຊ້ອມຮົບດັ່ງກ່າວ ສະແດງໃຫ້ເຫັນວ່າ ອີຣານ ບໍ່ຖືກຢູ່ໂດດດ່ຽວ ແລະ ບໍ່ຫົວຊາຕໍ່ເລື່ອງ ອາເມລິກາ ຖອນຕົວອອກຈາກ ແຜນການເຄື່ອນໄຫວຮ່ວມຮອບດ້ານ (JCPOA) ແລະ ເລື່ອງອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ເພີ່ມລະດັບການລົງໂທດຕໍ່ ອີຣານ ຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ