ທະຫານໂດດຈ້ອງອາເມລິກາ 300 ຄົນໄປເຖິງ ຢູແກຼນເພື່ອຝຶກອົບຮົມແອບໃຫ້ກຳລັງທະຫານພິທັກ
ທະຫານໂດດຈ້ອງອາເມລິກາ
(ພາບ: vietbao.vn)
(vovworld) – ທະຫານໂດດຈ້ອງອາເມລິກາ 300 ຄົນໄປເຖິງຢູແກຼນ ເພື່ອຝຶກແອບໃຫ້ກຳລັງທະຫານພິທັກ, ຈຳນວນພົນທະຫານດັ່ງກ່າວສັງກັດກອງພົນນ້ອຍຂົນສົ່ງທາງອາກາດ 173, ຕັ້ງທັບຢູ່ Vicenza, ປະເທດອີຕາລີ ໄດ້ໄປເຖິງເຂດ Yavoriv, ທາງທິດຕາເວັນຕົກຢູແກຼນ, ໃນລະຫວ່າງວັນທີ 14 – 15/04 ແລະ ເຂົ້າຮ່ວມການຝຶກແອບໃຫ້ 3 ກອງພັນນ້ອຍທະຫານພິທັກແຫ່ງຊາດຢູແກຼນ ໃນໄລຍະ 6 ເດືອນ. ບັນດາພົນທະຫານດັ່ງກ່າວ ຈະດຳເນີນການບຳລຸງສ້າງຄວາມສາມາດໃນການສູ້ຮົບ, ກໍ່ຄືຍົກສູງລັກສະນະວິຊາສະເພາະ, ປະສິດທິຜົນຂອງບັນດາພົນທະຫານຢູແກຼນ.
ຕໍໜ້າການກະທຳດັ່ງກ່າວ, ວັນທີ 17/04, ກະຊວງການຕ່າງປະເທດລັດເຊຍໄດ້ຕັກເຕື່ອນເລື່ອງທະຫານໂດດຈ້ອງອາເມລິກາ 300 ຄົນ ມີໜ້າຢູ່ຢູແກຼນ ເພື່ອຝຶກແອບໃຫ້ກຳລັງທະຫານພິທັກແຫ່ງຊາດຢູແກຼນ ຕ້ານຄືນກຳລັງທ່ວງໃຫ້ເປັນເອກະລາດ ຈະເຮັດໃຫ້ເກີດບັນດາການປະທະກັນໃໝ່ ແລະ ພາໄປເຖິງສະພາບນໜອງເລືອດຢູ່ພາກຕາເວັນອອກຢູແກຼນ. ມົດສກູຖືວ່າ, ບັນດາແຜນການຂອງອາເມລິກາແມ່ນການລະເມີດຢ່າງຈະແຈ້ງຂໍ້ຕົກລົງຢຸດຍິງ Minsk ທີ່ບັນລຸໄດ້ລະຫວ່າງບັນດາຝ່າຍປະທະກັນ ເມື່ອວັນທີ 12/02 ຜ່ານມາ, ໃນນັ້ນມີມາດຕາຖອນກຳລັງທະຫານຕ່າງປະເທດອອກຈາກຢູແກຼນ.