ທະຫານ 9.000 ຄົນເຂົ້າຮ່ວມການຊ້ອມຮົບ ງູເຫົ່າຄຳ 2024 ຢູ່ປະເທດໄທ
(VOVWORLD) - ໃນຂອບເຂດການຊ້ອມຮົບ, ທະຫານຂອງບັນດາປະເທດເຂົ້າຮ່ວມຈະເຂົ້າຮ່ວມບັນດາການເຄື່ອນໄຫວຝຶກຊ້ອມລວມ, ເຊິ່ງລວມມີ: ຝຶກຊ້ອມຮ່ວມມືສູ້ຮົບໃນພື້ນທີ່ຕົວຈິງ, ຝຶກຊ້ອມຊ້ອມຮົບທາງອິນເຕີເນັດ, ໜູນຊ່ວຍມະນຸດສະທຳ ແລະ ຝຶກຊ້ອມການຮັບມືກັບໄພພິບັດ.
ພິທີໄຂ ງູເຫົ່າຄຳ 2024
(ພາບ: Reuters)
|
ວັນທີ 27 ມັງກອນ, ທ່ານ ຈີຣາຍ ຫວງເທບ, ໂຄສົກກະຊວງປ້ອງກັນປະເທດ ໄທ ໄດ້ໃຫ້ຮູ້ວ່າ: ການຊ້ອມຮົບງູເຫົ່າຄຳ ຄັ້ງທີ 43 ປີ 2024 ຄາດວ່າ ຈະຈັດຂຶ້ນໃນລະຫວ່າງວັນທີ 27 ກຸມພາ - 10 ມີນາ, ດ້ວຍການເຂົ້າຮ່ວມຂອງທະຫານ 9.000 ຄົນ. ການຊ້ອມຮົບຈະຖືກຈັດຂຶ້ນຢູ່ຫຼາຍແຂວງໃນປະເທດໄທ. ໃນຂອບເຂດການຊ້ອມຮົບ, ທະຫານຂອງບັນດາປະເທດເຂົ້າຮ່ວມຈະເຂົ້າຮ່ວມບັນດາການເຄື່ອນໄຫວຝຶກຊ້ອມລວມ, ເຊິ່ງລວມມີ: ຝຶກຊ້ອມຮ່ວມມືສູ້ຮົບໃນພື້ນທີ່ຕົວຈິງ, ຝຶກຊ້ອມຊ້ອມຮົບທາງອິນເຕີເນັດ, ໜູນຊ່ວຍມະນຸດສະທຳ ແລະ ຝຶກຊ້ອມການຮັບມືກັບໄພພິບັດ.
ທະຫານມາຈາກ 7 ປະເທດ, ເຊິ່ງລວມມີ: ໄທ, ອາເມລິກາ, ສິງກະໂປ, ຍີ່ປຸ່ນ, ອິນໂດເນເຊຍ, ສ ເກົາຫຼີ ແລະ ມາເລເຊຍ ຈະເຂົ້າຮ່ວມບັນດາການເຄື່ອນໄຫວຕົ້ນຕໍ່ໃນການຊ້ອມຮົບ. ໃນຂະນະນັ້ນ, ຈີນ, ອົດສະຕາລີ ແລະ ອິນເດຍ ຈະຈັດສົ່ງຄະນະເຂົ້າຮ່ວມບັນດາການເຄື່ອນໄຫວຝືກຊ້ອມກູ້ໄພກູ້ຊີບມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດທຳມະຊາດ.