ທ່ານນາງຕ່ອງທິຟ໋ອງເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ45 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ-ສະວິດ

ທ່ານນາງຕ່ອງທິຟ໋ອງເຂົ້າຮ່ວມການເຄື່ອນໄຫວສະເຫຼີມສະຫຼອງ45 ປີແຫ່ງວັນສ້າງຕັ້ງການພົວພັນຫວຽດນາມ-ສະວິດ - ảnh 1
ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະ​ຫຼອງ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ສະ​ວິດ (11/10/1971 – 11/10/2016), ດຳ​ເນີນ​ໄປ​ໃນ​ວັນ​ທີ 10/10 ​ຢູ່ນະ​ຄອນຫຼວງ Berne (ປະ​ເທດ​ສະ​ວິດ). ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຕ່ອງ​ທິ​ຟ໋ອງ ແລະ ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Alexandre Fasel ໄດ້​ໄຂ​ເຫດ​ການ​ດັ່ງ​ກ່າວນີ້.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໃນ​ຂອບ​ເຂດ​ຊຸມ​ວັນ ຫວຽດ​ນາມ ຢູ່ ສະ​ວິດ, ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ຫວຽດ​ນາມ - ສະ​ວິດ ຖືກ​ດຳ​ເນີນ​ໄປ​ຢູ່​ນະ​ຄອນຫຼວງ Berne ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຄຸ​້ມ​ຄອງ, ນັກ​ທຸ​ລະ​ກິດ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ບັນ​ດາກ​ຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ, ວິ​ສາ​ຫະ​ກິດ 2 ປະ​ເທດກ່​ວາ 100 ແຫ່ງ.

        ໃນ​ການ​ປະ​ຕິ​ບັດ​ງານ​ຢູ່ ສະ​ວິດ ຂອງ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໂດຍ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ່ອງ​ທິ​ຟ໋ອງ ນຳ​ໜ້າ, ວັນ​ທີ 9/10, ທ່ານນ​າງ​ ຕ່ອງ​ທິ​ຟ໋ອງ ໄດ້​ພົບ​ປະ, ໂອ້​ລົມ​ກັບ​ພະ​ນັກ​ງານ, ພາ​ລະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Berne ແລະ ຜູ້​ຕາງ​ໜ້າ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ ຫວຽດ​ນາມ ທີ່ດຳ​ລົງ​ຊີ​ວິ​ດ​ຢູ່ ສະ​ວິດ.


ຂ່າວ/ບົດ​ອື່ນ