ທ່ານນາງນາຍົກລັດຖະມົນຕີໄທຢືນຢັນສືບຕໍ່ດຳລົງຕຳແຫນ່ງ

ທ່ານນາງນາຍົກລັດຖະມົນຕີໄທຢືນຢັນສືບຕໍ່ດຳລົງຕຳແຫນ່ງ - ảnh 1
ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ
photo:dantri.com.vn

(vovworld)-  ວັນ​ທີ 14/1, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍີ່​ງຣັກ ຊີ​ນະ​ວັດ ອີກ​ຄັ້ງ​ຫນຶ່ງ​ໄດ້​ປະຕິ​ເສດ​ຄຳ​ຮຽກ​ສິດ​ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຮຽກຮ້ອງ​ທ່ານ​ນາງ​ຈົ່ງ​ລາ​ອອກ​ຈາກ​ຕຳ​​ແຫນ່​ງ. ທ່ານ​ນາງ ຍີ່​ງຣັກ ຢືນຢັນ​ວ່າ: “ຂ້າພະ​ເຈົ້າ​ສືບ​ຕໍ່​ກຳ​ອຳ​ນາດ​ບໍ່​ແມ່ນ​ເພື່ອ​ຮັກສາ​ທີ່​ຕັ້ງ​ບົດບາດ​ດ້ານ​ການ​ເມືອງ​ຂອງ​ຕົນ​ຫາກ​ເພື່ອ​ຮັກສາ​ພື້ນຖານ​ອະທິປະ​ໄຕ. ກ່ຽວຂ້ອງ​ເຖິງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ສະ​ເຫ​ນີ​ໂຈະ​ການ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ​ຊື່​ງຄາດ​ວ່າ​ຈັດ​ຂຶ້ນ​ໃນ​ວັນ​ທີ 2/2 ຈະ​ມາ​ເຖິງ,​ ທ່ານ​ນາງນາຍົກລັດຖະມົນຕີ ຍີ່​ງຣັກ ​ໃຫ້​ຮູ້​ວ່າ: ​​ສິ່ງ​ດັ່ງກ່າວ​ຈະ​​ຖືກ​ປຶກສາ​ຫາລື​ທີ່​ກອງ​ປະຊຸມ​ຂອງ​ບັນດາ​ເຈົ້າ​ຫນ້າ​ທີ່​ລັດຖະບານ​ທີ່​ກ່ຽວຂ້ອງ ​ແລະ ບັນດາ​ອົງການ​ເອກະລາດ​ໃນ​ວັນ​ທີ 15/1. ​ໃນ​ວັນ​ດຽວ​ກັນ, ທ່ານ ສຸ​ເທບ ​ເທ​ືອກສຸບັນ, ຫົວຫນ້າ​ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ໃຫ້​ຮູ້​ວ່າ: ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຈະ​ປິດ​ລອ້ມອົງການ​ລັດຖະບານ​ທັງ​ໝົດ​ໃນ 2, 3 ມື້​ຈະ​ມາ​ເຖິງ. ຖ້າ​ຫາກ​ລັດຖະບານ​ກຳ​ອຳນາດ​ຊົ່ວຄາວ​ບໍ່​ລາອອກ​ຈາກ​ຕຳ​​ແຫນ່​ງຄື​ດັ່ງ​ຄຳ​ຮຽກຮ້ອງ​ຂອງ​ຄະນະ​ກຳມະການ​ປະຕິ​ຮູບ​ປະຊາທິປະ​ໄຕ​ປະຊາຊົນ, ກຳລັງ​ແຫ່​ຂະ​ບວນປະ​ທ້ວງ​ຈະ​ຍູ້​​ການ​ແຫ່​ຂະ​ບວນປະ​ທ້ວງ​ໃຫ້ຂຶ້ນ​ລະດັບ​ສູງ​ກວ່າ ດ້ວຍ​ການ​ປິດ​ລ້ອມ​ເຮືອນ​ຢູ່​ຂອງ​ທ່ານ​ນາງ ຍີ່​ງຣັກ ​ແລະ ບັນດາ​ສະມາຊິກ​ສຳຄັນ​ໃນ​ຄະນະ​ລັດຖະບານ ຊຳ້​ບໍ່​ໜຳ ອາດ​ຈະ​ຈັບ​ຕົວ​ທ່ານ​ນາງ​ນາຍົກລັດຖະມົນຕີ ​ແລະ ບັນດາ​ລັດຖະມົນຕີ. ກ່ອນ​ຫນ້າ​ນັ້ນ ທ່ານ ສຸ​ເທບ ​ໄດ້​ປະຕິ​ເສດ​ຄຳ​ສະ​ເຫ​ນີ​ໂອ້​ລົມ​ສົນທະນາ​ຂອງ​ລັດຖະບານ.

ຂ່າວ/ບົດ​ອື່ນ