ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນທ່ານ Osawa Massaki, ຜູ້ວ່າການແຂວງGunma
|
(vovworld)- ຕອນເຊົ້າວັນທີ 16/2 ຢູ່ ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງ Gunma ໂດຍທ່ານ Osawa Massaki, ຜູ້ວ່າການແຂວງ ນຳຫນ້າພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢືນຢັນວ່າ: ສາຍພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນ ຢູ່ ອາຊີ” ລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາອັນດີງາມ ແລະ ພວມໄດ້ຮັບການເລິກເຊິ່ງກວ່າຜ່ານບັນດາການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດ. ສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາຍີ່ປຸ່ນ ມີຄວາມເອົາໃຈໃສ່ ແລະ ສົ່ງເສີມການພົວພັນແລກປ່ຽນລະຫວ່າງປະຊາຊົນສອງປະເທດ. ສະພາແຫ່ງຊາດຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຫວຽດນາມ ແລະ ຍີ່ປຸ່ນ ໃນທຸກຂົງເຂດ.
ຜູ້ວ່າການ Osawa Massaki ແຈ້ງໃຫ້ທ່ານນາງຊາບວ່າ: ຄະນະຜູ້ແທນການນຳແຂວງ Gunma ໄດ້ລົງນາມໃນບົດທັນທຶກຊ່ວຍຈຳການຮ່ວມມືລະຫວ່າງແຂວງ Gunma ກັບກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ, ເປີດກວ້າງການພົວພັນຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດແຮງງານ.