ທ່ານນາງປະທານສະພາ ຫວຽດນາມ ຫງວຽນທິກີມເງິນ ແລະ
ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ຢ້ຽມຢາມມິດຕະພາບ ລາວ
(vovworld) - ຕອນເຊົ້າວັນທີ 26/09, ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໃນລະຫວ່າງວັນທີ 26 – 27/09/2016. ການຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເພື່ອແນໃສ່ສືບຕໍ່ພັດທະນາການພົວພັນທີ່ເປັນມູນເຊື້ອອັນຍາວນານ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ.
ສິ້ນສຸດການຢ້ຽມຢາມມິດຕະພາບ ລາວ ຢ່າງເປັນທາງການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ຈະຢ້ຽມຢາມມິດຕະພາບລາຊະອານາຈັກ ກຳປູເຈຍ ແລະ ສາທາລະນະລັດ ສະຫະພັນ ມຽນມາ ແລະ ເຂົ້າຮ່ວມສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 37 (AIPA - 37) ດຳເນີນໃນລະຫວ່າງວັນທີ 29/09 – 03/10/2016 ຢູ່ ນະຄອນຫລວງ Nay Pyi Tae ມຽນມາ.