ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ
|
(vovworld)- ຕອນຄ່ຳວັນທີ 28/11, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ໄປຢ້ຽມຢາມ ແລະ ພົບປະກັບພະນັກງານລັດຖະກອນສະຖານທູດ ແລະ ຜູ້ຕາງຫນ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ກູບາ. ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງສະຖານທູດກໍຄືປະຊາຄົມຊາວຫວຽດນາມ ອາໄສຢູ່ ກູບາ ໃນການຜັນຂະຫຍາຍປະຕິບັດແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ, ປະກອບສ່ວນສືບຕໍ່ພັດທະນາສາຍພົວພັນອ້າຍນ້ອງທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ກູບາ.
ທ່ານນາງປະທານສະພາແຫ່ງຊາດ ສະເຫນີວ່າ: ໃນໄລຍະຈະມາເຖິງ, ສະຖານທູດ ຄວນຕັ້ງຫນ້າໃນການສົມທົບຜັນຂະຫຍາຍໝາກຜົນການຢ້ຽມຢາມຂັ້ນສູງ ແລະ ບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງປະເທດ ເພື່ອປະກອບສ່ວນສືບຕໍ່ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຫວຽດນາມ ແລະ ກູບາ ເລິກເຊິ່ງກວ່າ. ພ້ອມກັນນັ້ນ ແມ່ນສືບຕໍ່ຜັນຂະຫຍາຍບັນດາວຽກງານການທູດດ້ານການເມືອງ, ການທູດດ້ານເສດຖະກິດ, ການທູດດ້ານວັດທະນະທຳ ແລະ ວຽກງານປະຊາຄົມຢ່າງຄົບຊຸດ, ໃນນັ້ນບຸລິມະສິດເສີມຂະຫຍາຍບົດບາດເປັນເສນາທິການ, ຮ່ວມເດີນທາງ ແລະ ຫນູນຊ່ວຍຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.