ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ
ກ່າວຄຳເຫັນທີ່ພິທີ
|
(vovworld)- ຕອນຄ່ຳວັນທີ 30/12, ແຂວງ ບາກລຽວ ໄດ້ຈັດຕັ້ງພິທີສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງແຂວງຄືນໃຫມ່ ແລະ ຮັບຫລຽນໄຊແຮງງານຊັ້ນຫນຶ່ງ, ຊັ້ນສອງໃຫ້ແກ່ບັນດາໝູ່ຄະນະໃນແຂວງ.
ກ່າວຄຳເຫັນນະພິທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ສະເຫນີ ແຂວງ ບາກລຽວ ຄວນສຸມໃສ່ສ້າງໂຄງປະກອບກະສິກຳຄືນໃຫມ່ຕິດພັນກັບການກໍ່ສ້າງຊົນນະບົດໃຫມ່ຕາມທິດມີປະສິດທິຜົນ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ເນັ້ນຫນັກວ່າ:
“ແຂວງຄວນຍູ້ແຮງການຮ່ວມສຳພັນລະຫວ່າງເຂດ, ເປັນຕົ້ນແມ່ນບັນດາທ້ອງຖິ່ນຢູ່ເຂດທາງທິດຕາເວັນຕົກສຽງໃຕ້, ເຂດທົ່ງພຽງແມ່ນ້ຳຂອງ, ເໝາະສົມກັບແຜນການກໍ່ສ້າງເຂດທົ່ງພຽງແມ່ນ້ຳຂອງຮອດປີ 2020 ແລະ ວິໄສທັດປີ 2050. ສຸມໃສ່ປ່ຽນໃຫມ່ຮູບແບບການເຕີບໂຕ ແລະ ສ້າງອົງປະກອບເສດຖະກິດ, ຮັບປະກັນຄວາມກົມກຽວການພັດທະນາຕາມທິດລວງກວ້າງ, ລວງເລິກ, ລະຫວ່າງການເປີດກວ້າງຂອບຂະຫນາດກັບການຍົກສູງຄຸນນະພາບ ແລະ ປະສິດທິຜົນ.”