(vovworld) - ໂດຍຮັບຄຳເຊີນຂອງທ່ານປະທານສະພາສູງ ສ.ອິນເດຍ Mohamad Hamid Ansarin ແລະ ທ່ານປະທານສະພາຕຳ່ ສ.ອິນເດຍ, Sumitra Mahajan, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນຳໜ້າ ຈະໄປຢ້ຽມຢາມ ສ.ອິນເດຍຢ່າງເປັນທາງການແຕ່ວັນທີ 8-11/12. ການຢ້ຽມຢາມດຳເນີນໄປໃນສະພາບ ຫວຽດນາມ ແລະ ອິນເດຍກະກຽມສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (7/1/1972-7/1/2017) ແລະ 10 ປີແຫ່ງການພົວພັນຄູ່ຮ່ວມມືຍຸດທະສາດ (6/7/2007-6/7/2017).
ພາຍຫຼັງສິ້ນສຸດການຢ້ຽມຢາມ ສ.ອິນເດຍ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະທານສະພາແຫ່ງຊາດຍິງໂລກຄັ້ງທີ 11 ຢູ່ ອາຫຼັບເອມມີເຫຼດ ຢູໃນເຕບ, ແຕ່ວັນທີ 11-13/12 ຕາມຄຳເຊີນຂອງປະທານ IPU Saber Chowdhury ແລະ ປະທານສະພາແຫ່ງຊາດສະຫະລັດ ອາຫຼັບເອມມີເຫຼດ ຢູໃນເຕບ Amal Al Qubaisi.