ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທີກີມເງິນເຈລະຈາກັບປະທານສະພາຜູ້ແທນລາຊະດອນໄທ

(VOVWORLD) -ໃນຂອບເຂດການຢ້ຽມຢາມໄທຢ່າງເປັນທາງການ, ຕອນເຊົ້າວັນທີ 27 ສິງຫາ, ຢູ່ ສຳນັກງານສະພາແຫ່ງຊາດໄທ, ທີ່ນະຄອນຫລວງ ບາງກອກ , 
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທີກີມເງິນເຈລະຈາກັບປະທານສະພາຜູ້ແທນລາຊະດອນໄທ - ảnh 1

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທີກີມເງິນເຈລະຈາກັບປະທານສະພາຜູ້ແທນລາຊະດອນໄທ ຊວນຫລີກໄພ 

ກ່າວຄຳເຫັນທີ່ການເຈລະຈາພາຍຫລັງພິທີຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ເນັ້ນຫນັກຢ່າງແຮງເຖິງນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນການເພີ່ມທະວີ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບໄທ ສະເຫນີ ຝ່າຍໄທ ສ້າງເງື່ອນໄຂກວ່າອີກໃຫ້ແກ່ການຄ້າ, ການບໍລິການ ເປັນຕົ້ນແມ່ນປະເພດໝາກໄມ້ຫວຽດນາມໄດ້ຮັບການຈຳຫນ່າຍຢູ່ຕະຫລາດໄທ. ຫວຽດນາມ ສົ່ງເສີມບັນດາວິສາຫະກິດໄທ ຍູ້ແຮງການລົງທຶນຢູ່ຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ສະເຫນີ ໃນໄລຍະຈະມາເຖິງ ສອງປະເທດ ລົງນາມໃນສັນຍາສົ່ງຜູ້ຮ້າຍ ແລະ ສັນຍາຫນູນຊ່ວຍກົດໝາຍກ່ຽວກັບອາຍາ, ພົນລະເຮືອນ, ການຄ້າ, ຮ່ວມມືກັນຢ່າງແຫນ້ນແຟ້ນແກ້ໄຂບັນຫາຊາວປະມົງ, ກຳປັ່ນຫາປາ ແລະ ບັນດາການລະເມີດອື່ນຢູ່ ທະເລ ບົນຈິດໃຈມະນຸດສະທຳ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດ.

ຫວຽດນາມ ຕີລາຄາສູງບົດບາດເປັນປະທານ ອາຊຽນ 2019 ຂອງໄທ ແລະ ໃນປີ ເປັນປະທານອາຊຽນ 2020, ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເນື້ອໃນບຸລິມະສິດ ຊື່ງໄທ ວາງອອກໃນປີ 2019 ແລະ ປາດຖະຫນາຢາກໃຫ້ໄທ ແບ່ງປັນບົດຮຽນ, ສົມທົບກັບຫວຽດນາມ ຈັດຕັ້ງ ກອງປະຊຸມສະມາດຊາໃຫຍ່ AIPA 41 ກໍ່ຄືການເຄື່ອນໄຫວອື່ນໃນຂອບເຂດປີ ປະທານ AIPA 2020  ສຳເລັດຜົນ.

ທ່ານປະທານສະພາຜູ້ແທນລາຊະດອນໄທ ຊວນຫລີກໄພ ຢືນຢັນ: ໄທ ສະຫນັບສະຫນູນ ຫວຽດນາມໃນບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020- 2021, ພ້ອມແລ້ວຈະແບ່ງປັນບົດຮຽນເພື່ອພ້ອມກັນຮ່ວມມືກັບຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນສະເຫນີສອງປະເທດ ສົມທົບກັນຍົກສູງປະສິດທິຜົນການຮ່ວມມືຢູ່ອະນຸພາກພື້ນແມ່ຂອງໃຫ້ສອດຄ່ອງກັບບຸລິມະສິດລວມຂອງ 5 ປະເທດ.  

ຕອບກັບ

ຂ່າວ/ບົດ​ອື່ນ