ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ຢ້ຽມຢາມແຂວງ ກາເມົາ
ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້
ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາເມົາ
(ພາບ: TTXVN)
(vovworld) - ໂດຍສືບຕໍ່ການຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສປປ ລາວ. ວັນທີ 08/03, ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກາເມົາ (ຫວຽດນາມ). ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນບົດຮຽນໃນວຽກງານຄຸ້ມຄອງ, ບໍລິຫານຂອງກົງຈັກສະພາປະຊາຊົນ; ຊອກຮູ້ການປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນໃນການປົກປັກຮັກສາປ່າສະຫງວນແຫ່ງຊາດ; ບັນດາມາດຕະການປ້ອງກັນຕ້ານໄພທຳມະຊາດ; ແກ້ໄຂມົນລະພິດຕໍ່ສິ່ງແວດລ້ອມ; ບັນຫາດຶງດູດການລົງທຶນ; ບຸກເບີກໜ້າພຽງ ເພື່ອຮັບປະກັນຊີວິດການເປັນຢູ່ໃຫ້ປະຊາຊົນ ກໍ່ຄືການແກ້ໄຂຄຳຮ້ອງທຸກຟ້ອງຮ້ອງ, ບັນຫາສາສະໜາ ແລະ ຊົນເຜົ່າ…ທ່ານນາງ ປານີ ຢາທໍ່ຕູ້ ຕີລາຄາສູງຄວາມມານະພະຍາຍາມຂອງແຂວງ ກາເມົາ ໃນວຽກງານຄຸ້ມຄອງ, ບໍລິຫານພັດທະນາໃນທຸກຂົງເຂດຢ່າງຮອບດ້ານຄື: ດ້ານການເມືອງ, ເສດຖະກິດ - ສັງຄົມ, ດັ່ງນັ້ນ ຊີວິດການເປັນຢູ່ຂອງປະຊາຊົນໄດ້ພັດທະນາຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານນາງປະທານສະພາແຫ່ງຊາດ ລາວ ປາດຖະໜາວ່າ ໃນໄລຍະຈະມາເຖິງ ແຂວງ ກາເມົາ ແລະ ບັນດາທ້ອງຖິ່ນຂອງ ລາວ ເພີ່ມທະວີການພົວພັນແລກປ່ຽນ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເພື່ອຍົກສູງການເຄື່ອນໄຫວຂອງສະພາປະຊາຊົນທຸກຂັ້ນຢ່າງມີປະສິດທິຜົນ; ແລກປ່ຽນບົດຮຽນໃນການແກ້ໄຂບັນດາບັນຫາເສດຖະກິດ, ສັງຄົມ, ວຽກງານປ້ອງການຕ້ານໄພທຳມະຊາດ.