ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຊົມສູນວາງສະແດງ ຈຸງກວາງຊວັນ , ປະເທດຈີນ
(VOVWORLD) - ງານວາງສະແດງໄດ້ວາງສະແດງ 340 ຜົນງານຂອງການປ່ຽນແປງປະດິດຄິດສ້າງທີ່ກ້າວໜ້າ, ໂດດເດັ່ນ ແລະ ມີແງ່ຫວັງທີ່ສຸດ, ມີລັກສະນະບຸກທະລຸສູງສຸດຂອງ ວິສາຫະກິດ 170 ແຫ່ງໃນຂົງເຂດພູມປັນຍາທຽມ.
ຫຸ່ນຍົນ ຂາງລີຊູລ໊ານ ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ |
ໂດຍສືບຕໍ່ການຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນເຊົ້າວັນທີ 12 ກໍລະກົດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຊົມສູນວາງສະແດງຈຸງກວາງຊວັນ ແຫ່ງຊາດ ເຊິ່ງເປັນເຂດເຕັກໂນໂລຢີສູງແຫ່ງທຳອິດຂອງຈີນ, ດ້ວຍເປົ້າໝາຍແມ່ນພັດທະນາພື້ນຖານເສດຖະກິດທີ່ມີຄຸນນະພາບສູງ. ດ້ວຍຫົວຂໍ້ວ່າ “ຍຸກສະໄໝໃໝ່, ວິວັດທະນາການໃໝ່, ຈຸງກວາງຊວັນ ພັດໄດ້ເລີ່ມຕົ້ນຂຶ້ນ”. ງານວາງສະແດງໄດ້ວາງສະແດງ 340 ຜົນງານຂອງການປ່ຽນແປງປະດິດຄິດສ້າງທີ່ກ້າວໜ້າ, ໂດດເດັ່ນ ແລະ ມີແງ່ຫວັງທີ່ສຸດ, ມີລັກສະນະບຸກທະລຸສູງສຸດຂອງ ວິສາຫະກິດ 170 ແຫ່ງໃນຂົງເຂດພູມປັນຍາທຽມ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງໄດ້ໄປຢ້ຽມຊົມບັນດາຮ້ານວາງສະແດງກ່ຽວກັບພະລັງງານທີ່ສະອາດ, ອຸປະກອນການແພດ, ກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ…ນະທີ່ນີ້, ຫຸ່ນຍົນ ຂາງລີຊູລ໊ານ ໄດ້ຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ໄປຢ້ຽມຊົມ ຈຸງກວາງຊວັນ ແລະ ອວຍພອນການຢ້ຽມຢາມຈີນຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ປະສົບຜົນສຳເລັດດ້ວຍພາສາ ຫວຽດນາມ.