ປະເທດ ກູບາ ໄວ້ທຸກ ການນຳ Fidel Castro Ruz ເປັນເວລາ 9 ວັນ
(ພາບ: AP)
|
(vovworld)- ຕອນເຊົ້າ ວັນທີ 28/11, ທ່ານ ນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄດ້ເດີນທາງໄປກູບາ, ເພື່ອເຂົ້າຮ່ວມພິທີໄວ້ອາໄລຜູ້ນຳກູບາ ທ່ານ Fidel Castro Ruz, ອະດີດເລຂາທິການຜູ້ທີ່ 1 ຄະນະບໍລິຫານງານສູນກາງພັກກອມມູນິດກູບາ, ອະດີດປະທານສະພາແຫ່ງລັດ ແລະ ສະພາລັດຖະມົນຕີກູບາ, ຜູ້ນຳຂອງປະຊາຊົນກູບາ ໃນລະຫວ່າງ ວັນທີ 28-23/11.
ຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ທີ່ເຂົ້າຮ່ວມງານສົບລະດັບຊາດຜູ້ນຳກູບາ ທ່ານ Fidel Castro Ruz ມີ: ທ່ານ ນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ; ທ່ານ ຫງວຽນແຫ້ງຟຸກ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ທ່ານ ເຢືອງມິງ ເອກອັກຄະລັດຖະທູດຫວຽດນາມ ປະຈຳກູບາ.
ທ່ານ ປະທານ Fidel Castro Ruz ເກີດວັນທີ 13/8/1926, ໄດ້ເຖິງແກ່ມໍລະນະກຳ ວັນທີ 25/11/2016. ການໄວ້ທຸກລະດັບຊາດ ຜູ້ນຳ Fidel Castro Ruz ແມ່ນໄດ້ຈັດຂື້ນເປັນເວລາ 9 ວັນ, ໃນລະຫວ່າງ ວັນທີ 26/11-4/12/2016 ຄາວຍັງມີຊີວິດຢູ່ ທ່ານປະທານ Fidel Castro Ruz ແມ່ນເພື່ອນຫຍິ່ງໃຫຍ່ ຂອງຫວຽດນາມ. ທ່ານກໍ່ແມ່ນປະມຸກລັດ ນຳໜ້າໃນຂະບວນການສາກົນ, ສະໜັບສະໜູນການຕໍ່ສູ້ ເພື່ອຄວາມເປັນທຳຂອງປະຊາຊົນຫວຽດນາມ, ເພື່ອເອກະລາດແຫ່ງຊາດ ແລະ ຄວາມເປັນເອກະພາບຂອງປະເທດຊາດ ກ່ອນນີ້, ກໍ່ຄືພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດຫວຽດນາມ ສັງຄົມນິຍົມຄືນໃໝ່ໃນປະຈຸບັນ.