(vovworld) - ວັນທີ 21/12, ທ່ານນາງ ຮ່າທິຄຽດ, ເລຂາສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ໄດ້ໄປຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດຖາບັນດາສັກຢູ່ສຳນັກສັງຄະລາດໃຫຍ່ຮ່າໂນ້ຍ ແລະ ສະມາຄົມສາສະນາໂປແຕັກຕັງຫວຽດນາມ (ພາກເໜືອ) ເນື່ອງໃນໂອກາດວັນບຸນຄຼິດສມາດ ປີ 2012. ທີ່ສຳນັກສັງຄະລາດໃຫຍ່ຮ່າໂນ້ຍ, ທ່ານນາງ ຮ່າທິຄຽດ ໄດ້ອ່ວຍພອມ ສັງຄະນະຍົກ, ຫົວໜ້າເຂດຊາວຄິຼດຮ່າໂນ້ຍ, ປະທານສະພາສັງຄະລາດຫວຽດນາມ ຫງວຽນວັນເຢືນ ແລະ ບັນດາຄຸນພໍ່, ນັກບວດ ແລະ ພໍ່ແມ່ພີ່ນ້ອງຊາວຄຼິດໃນເຂດຊາວຄຼິດຮ່າໂນ້ຍເວົ້າສະເພາະ ແລະ ຊາວ ຄິຼດຢູ່ຫວຽດນາມ ເວົ້າລວມໃຫ້ມີວັນບຸນຄຼິດສມາດ ທີ່ມ່ວນຊື່ນ ແລະ ສະຫງົບສຸກ. ຜ່ານບາດຫຼວງ ຫງວຽນຫີ້ວໝາກ, ຫົວໜ້າສະມາຄົມສາສະໜາໂປແຕັກຕັງຫວຽດນາມ (ພາກເໜືອ), ທ່ານນາງ ຮ່າທິຄຽດໄດ້ສົ່ງຄຳອວຍພອນເຖິງຜູ້ມີຍົດຖາບັນດາສັກ, ສາສະນິດກະຊົນ ຈົ່ງມີວັນບຸນຄິຼດສມາດທີ່ເຕັມໄປດ້ວຍຄວາມຜາສຸກ, ພ້ອມທັງປາດຖະໜາວ່າ ຄະນະບໍລິຫານງານສະມາຄົມສາສະນາໂປແຕັກຕັງຫວຽດນາມ (ພາກເໜືອ) ຈະຊີ້ນຳສາສະນິກະຊົນໂປແຕັກຕັງ, ປະຕິບັດຕາມກົດໝາຍ, ເປັນເຈົ້າການຫຼາຍກວ່າໃນບັນດາການເຄື່ອນໄຫວສ້າງສາ ແລະ ພັດທະນາເສດຖະກິດ.