ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງພົບປະເຈລະຈາກັບນາຍົກລັດຖະມົນແລະຮອງປະທານສະພາຕ່ຳໂປໂລຍ
ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ພົບປະເຈລະຈາກັບ
ທ່ານນາງນາຍົກລັດຖະມົນຕີໂປໂລຍ Beata Szydlo.
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 09/06, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ມີການພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີໂປໂລຍ Beata Szydlo. ຢູ່ທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອກັບໂປໂລຍ; ຂອບໃຈ ໂປໂລຍ ໄດ້ສະຫງວນບ້ວງເງິນສິນເຊື່ອບຸລິມະສິດທີ່ມີມູນຄ່າ 250 ລ້ານເອີໂລ ໃຫ້ແກ່ຫວຽດນາມ ແລະ ປາດຖະໜາວ່າ 2 ຝ່າຍຈະລົງນາມໃນສັນຍາແມ່ກ່ຽວກັບການຮ່ວມມືດ້ານການເງິນ ດ້ວຍບ້ວງເງິນສິນເຊື່ອດັ່ງກ່າວເພື່ອຜັນຂະຫຍາຍບັນດາໂຄງການລະອຽດຢູ່ຫວຽດນາມ ໂດຍໄວ.
ສ່ວນທ່ານນາງນາຍົກລັດຖະມົນຕີໂປໂລຍ Beata Szydlo ກໍ່ສະແດງຄວາມເຊື່ອໝັ້ນວ່າ, ການພົວພັນຮ່ວມມືລະຫວ່າງ 2 ປະເທດ ຈະໄດ້ຮັບການພັດທະນາຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ໂດຍສະເພາະແມ່ນໃນສະພາບທີ່ສັນຍາການຄ້າເສລີຫວຽດນາມ - ສະຫະພາບເອີລົບ (EU) ໃກ້ຈະໄດ້ຮັບການປະຕິບັດ.
ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ີການພົບປະເຈລະຈາກັບທ່ານນາງຮອງປະທານສະພາຕ່ຳໂປໂລຍ Malgorzata Kidawa Blonska, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ຕີລາຄາສູງການຊ່ວຍເຫຼືອອັນລ້ຳຄ່າເຊິ່ງໂປໂລຍ ໄດ້ສະຫງວນໃຫ້ແກ່ຫວຽດນາມ ໃນພາລະກິດຕໍ່ສູ່ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາປະເທດຊາດໃນປະຈຸບັນ, ພິເສດແມ່ນໃນຂົງເຂດກໍ່ສ້າງພະນັກງານໃຫ້ແກ່ຫວຽດນາມ. ທ່ານນາງຮອງປະທານປະເທດ ປາດຖະໜາວ່າ, ສະພາແຫ່ງຊາດໂປໂລຍ ຈະລົງນາມໃນສັນຍາການຄ້າເສລີຫວຽດນາມ - EU (EVFTA) ແລະ ຮັບຮອງຂໍ້ກຳນົດກົດລະບຽບເສດຖະກິດການຕະຫຼາດຂອງຫວຽດນາມ ໂດຍໄວ.
ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 08/06, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ໄປຢ້ຽມຢາມ, ພົບປະ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ໂປໂລຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງຮອງປະທານປະເທດ ດັ້ງທິຫງອກທິ້ງ ໄດ້ແຈ້ງໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ໂປໂລຍ ຊາບ ກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງປະເທດຊາດ, ໃນນັ້ນໄດ້ເນັ້ນໜັກເຖິງບັນດານະໂຍບາຍປະຕິບັດແນວທາງປ່ຽນໃໝ່ຄື: ສຸມໃສ່ສ້າງໂຄງປະກອບບັນດາຂົງເຂດການເງິນ, ທະນາຄານ, ການລົງທຶນພາກລັດ… ຄືນໃໝ່, ບັນດາມາດຕະການແກ້ໄຂຂອງລັດຖະບານເພື່ອແນໃສ່ໜູນຊ່ວຍວິສາຫະກິດ, ໂດຍສະເພາະແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ; ນະໂຍບາຍຮຽກຮ້ອງການລົງທຶນເຂົ້າໃນຂົງເຂດກະສິກຳ, ຊົນນະບົດ.