ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນຢູ່ຮ່າໂນ້ຍ

ທ່ານນາງຮອງປະທານປະເທດດັ້ງທິຫງອກທິ້ງເຂົ້າຮ່ວມງານບຸນມະຫາສາມັກຄີທົ່ວປວງຊົນຢູ່ຮ່າໂນ້ຍ - ảnh 1
ທ່ານນາງ​ ດັ​້ງ​ທິ​ຫງອກ​ທິ້ງ ເຂົ້າ​ຮ່ວມ​ງານ​ບຸນ​ມະ​ຫາ
​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 86 ປີ
(ພາບ: daidoanket.vn)

(vovworld)- ວັນ​ທີ 14/11, ທ່ານນາງຮອງ​ປະ​ທານ​ປະ​ເທດ​ ດັ​້ງ​ທິ​ຫງອກ​ທິ້ງ ໄດ້ເຂົ້າ​ຮ່ວມ​ງານ​ບຸນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 86 ປີ​ ແຫ່ງວັນ​ມູນ​ເຊື້ອ​ແນວ​ໂຮມ​ປະ​ເທດຊາດ​ຫວຽດ​ນາມ (18/11/1930-18/11/2016) ຢູ່ຕາ​ແສງ​ດ້ຽນ​ບຽນ, ເມືອງ​ບາ​ດິ່ງ, ນະ​ຄອນຫຼວງ​ຮ່າ​ໂນ້ຍ. ນະ​ທີ່ນີ້, ທ່​ານ​ ​ນາງຮອງ​ປະ​ທານ​ປະ​ເທດ​ ປາດ​ຖະ​ໜາ​ວ່າ​: ອຳ​ນາດ​ການ​ປົກ​ຄອງ​​ຕາ​ແສງ​ດ້ຽນ​ບຽນ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ອັນ​ດີ​ງາມ ຂອງ​ຕຳ​ແສງ​ໜຶ່ງ​ທີ່​ມີທີ່​ຕັ້ງຢູ່ໃຈກາງຂອງ​ນະ​ຄອນຫຼວງ ປະ​ຕິ​ບັດສຳ​ເລັດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວມ​ຂອງ​ນະ​ຄອນຫຼວງ ແລະ ​ທົ່ວປະ​ເທດ.

        ແລະ​ກໍ່​ທີ່​ກອງ​ປະ​ຊຸມ, ທ່ານ ຮອງ​ປະ​ທານ​ປະ​ເທດ​ ດັ​້ງ​ທິ​ຫງອກ​ທິ້ງ  ໄດ້​ມອບ​​ຂອງ​ຂວັນຈຳ​ນວນ​ໜຶ່ງ ​ໃຫ້​ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ບັນ​ດາ​ຄອບ​ຄົວ​ວັດ​ທະ​ນະ​ທຳ​ ທີ່​ດີເດັ່ນ ​ປີ 2016.

 

ຂ່າວ/ບົດ​ອື່ນ