ທ່ານນາງຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍູ້ງຍາກ
ທ່ານນາງຮອງປະທານປະເທດຫງວຽນທິຢວານມອບທຶນສຶກສາໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍູ້ງຍາກ
(ພາບ:VPG)
(vovworld) - ວັນທີ 23/3, ທີ່ນະຄອນ ຫ້າລອງ(ແຂວງ ກວ້າງນິງ), ກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ຈັດຕັ້ງໂຄງການມອບທຶນສຶກສາ “ ເດັກບໍ່ຄວນປະຮຽນ “ ໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍູ້ງຍາກໃນແຂວງ. ທີ່ພິທີດັ່ງກ່າວ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ພ້ອມກັບບັນດານັກອຸປະຖຳໄດ້ມອບທຶນສຶກສາ 120 ທຶນລວມມູນຄ່າ 360 ລ້ານດົ່ງໃຫ້ແກ່ເດັກນ້ອຍທີ່ປະສົບກັບຄວາມຫຍູ້ງຍາກໃນແຂວງ. ນອກຈາກນັ້ນ, ກອງທຶນຊ່ວຍເຫຼືອເດັກ ຫວຽດນາມ ຍັງມອບສະໝຸດປື້ມເງິນປະຢັດໃຫ້ແກ່ນັກຮຽນ 12 ຄົນທີ່ເປັນເດັກກຳພ້າແຕ່ມີຄວາມມານະພະຍາຍາມຜ່ານຜ່າຄວາມຫຍູ້ງຍາກ, ບັນລຸໄດ້ຜົນງານການຮຽນສູງ, ປື້ມເງິນປະຢັດແຕ່ລະຫົວມີມູນຄ່າ 5 ລ້ານດົ່ງ. ໂຄງການມອບທຶນສຶກສາແນໃສ່ປຸກລະດົມ, ສົ່ງເສີມບັນດານັກຮຽນທີ່ປະສົບກັບຄວາມຫຍູ້ງຍາກແຕ່ມັກຮຽນໃຫ້ເພື່ອເຈດຈຳນົງ ແລະ ຕັດສິນໃຈຜ່ານຜ່າຄວາມຫຍູ້ງຍາກ, ເພື່ອການຮຳ່ຮຽນໃຫ້ເກັ່ງກວ່າອີກ.