ທ່ານນາງຮອງປະທານປະເທດຫວຽດນາມເຂົ້າຮ່ວມພິທີສະເຫລີມສະຫລອງ50ປີແຫ່ງວັນສ້າງຕັ້ງມະຫາວິທະຍາໄລປ່າໄມ້
ທ່ານນາງຮອງປະທານປະເທດຫງວຽນທິຢວານ
ມອບຫລຽນໄຊເອກະລາດໃຫ້ແກ່ຜູ້ຕາງຫນ້າໂຮງຮຽນ
ພາບ:citinew.net
|
(vovworld)- ວັນທີ 16/11, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີສະເຫລີມສະຫລອງ 50 ປີແຫ່ງວັນສ້າງຕັ້ງ ແລະຮັບຫລຽນໄຊເອກະລາດຊັ້ນຫນຶ່ງຂອງມະຫາວິທະຍາໄລປ່າໄມ້, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຍ້ອງຍໍສັນລະເສີນບັນດາຄວາມມານະພະຍາຍາມຂອງໂຮງຮຽນໃນ 50 ປີຜ່ານມາ, ບໍ່ພຽງແຕ່ບຳລຸງສ້າງປະລິຍາເອກ, ປະລິຍາຕີ ນັບພັນຄົນ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການພັດທະນາຂອງຂະແຫນງປ່າໄມ້ຫວຽດນາມ ແລະ ການພັດທະນາເສດຖະກິດສັງຄົມຂອງເຂດຊົນນະບົດ, ເຂດພູດອຍເທົ່ານັ້ນ ຫາກຍັງບຳລຸງສ້າງນັກສຶກສາຕ່າງປະເທດນັບຮ້ອຍໆຄົນອີກດ້ວຍ. ເນື່ອງໃນໂອກາດນີ້ ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ມອບຫລຽນໄຊເອກະລາດຊັ້ນຫນຶ່ງໃຫ້ແກ່ມະຫາວິທະຍາໄລປ່າໄມ້.