ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ສົ່ງຈົດໝາຍ ຊົມເຊີຍຄະນະນັກກິລາ ຫວຽດນາມ ແລະ ທິມກິລາບານເຕະຍິງ
(VOVWORLD) -ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5.
ຜົນງານຂອງທິມບານເຕະຍິງ ຈະເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30 |
ພາຍຫຼັງຍາດໄດ້ຊະນະຕໍ່ທິມບານເຕະ ໄທ ໃນນັດແຂ່ງຂັນຮອບຊີງຊະນະເລີດ ບານເຕະຍິງ Seagames 30 ເຊິ່ງຈະຈັດຂຶ້ນໃນວັນທີ 8 ທັນວາ, ທິມບານເຕະຍິງຫວຽດນາມ ໄດ້ຮັບຫຼຽນຄໍາ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍ. ວັນທີ 9 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ສົ່ງຈົດໝາຍຊົມເຊີຍຄະນະນັກກິລາຫວຽດນາມ ແລະ ທິມບານເຕະຍິງ. ໃນຈົດໝາຍ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນໜັ້ກວ່າ: ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5, ທັງນີ້ກໍເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30.
ນອກຈາກນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກໍໍຊົມເຊີຍບັນດາຜົນງານອັນດີເລີດຂອງບັນດານັກກິລາຫວຽດນາມ ພ້ອມດ້ວຍຄະນະຄູຝຶກບັນລຸໄດ້ໃນງານມະຫາກໍາກິລາຄັ້ງນີ້.