(vovworld) - ຕອນເຊົ້າວັນທີ 07/04, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກຢູ່ຕາແສງ ເຕີນຫ້ຽບອາ, ເມືອງ ເຕີນຫ້ຽບ, ແຂວງ ກຽນຢາງ ເພື່ອຊອກຮູ້ຂະບວນການກໍ່ສ້າງຊົນນະບົດໃໝ່. ນີ້ກໍ່ແມ່ນ 2 ຕາແສງ ທຳອິດຂອງແຂວງກຽນຢາງ ທີ່ບັນລຸໄດ້ 19/19 ມາດຖານກໍ່ສ້າງຊົນນະບົດໃໝ່. ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຖືວ່າ ຕາແສງໄດ້ປະຕິບັດວຽກງານຜັນຂະຫຍາຍບັນດາມະຕິຂອງພັກ ເຖິງແຕ່ລະໜ່ວຍພັກສະມາຊິກພັກເປັນຢ່າງດີ; ເສີມຂະຫຍາຍທ່າແຮງຂອງບັນດາກຳລັງການຜະລິດ, ນຳໃຊ້ຄວາມກ້າວໜ້າດ້ານວິທະຍາສາດເຕັນໂນໂລຊີເຂົ້າໃນການຜະລິດ ສະນັ້ນ, ຍາມໃດສະມັດຕະພາບ, ປະລິມານການຜະລິດທັນຍາການ ກໍ່ລ້ວນແຕ່ນຳໜ້າແຂວງ. ທ່ານນາງຮອງປະທານປະເທດຮຽກຮ້ອງໃຫ້ທ້ອງຖິ່ນເອົາໃຈໃສ່ເຖິງວຽກງານບຳລຸງສ້າງວິຊາຊີບໃຫ້ໄວໜຸ່ມ, ລົງທຶນໃຫ້ແກ່ການຜະລິດກະສິກຳ, ຊົນນະບົດ ແລະ ວຽກງານຮັບປະກັນຊີວິດສັງຄົມກວ່າອີກ.