(VOVWORLD) - ເລື່ອງ ຫວຽດນາມ ແລະ ອາເມລິກາ ຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ແມ່ນໂອກາດຢ່າງໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ
(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຕ້ອນຮັບທ່ານນາງ Kay Hart, ປະທານກຸ່ມຕະຫຼາດສາກົນຂອງກຸ່ມບໍລິສັດ Ford Motor) |
ຕອນເຊົ້າວັນທີ 17 ມັງກອນ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານນາງ Kay Hart, ປະທານກຸ່ມຕະຫຼາດສາກົນ (IMG) ຂອງກຸ່ມບໍລິສັດ Ford Motor ແລະ ບັນດາສະມາຊິກຂັ້ນສູງຂອງກຸ່ມບໍລິສັດທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດຖືວ່າ, ເລື່ອງ ຫວຽດນາມ ແລະ ອາເມລິກາ ຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ແມ່ນໂອກາດຢ່າງໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ໃນນັ້ນມີ: ເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານນາງຖືວ່າ, ບັນດາວິສາຫະກິດຂອງ ຫວຽດນາມ ແລະ ອາເມລິກາ, ຄື: ກຸ່ມບໍລິສັດ Ford ແມ່ນບັນດາອົງການເພື່ອຫັນບັນດາຄຳໝັ້ນສັນຍາຂອງການນຳ 2 ປະເທດໃຫ້ປະກົດຜົນເປັນຈິງ. ທ່ານນາງຫວັງວ່າ, ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Ford ຈະສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ, ດຳເນີນການປ່ຽນແປງໃໝ່ເຕັກໂນໂລຊີຫຼາຍຢ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຢູ່ບໍລິເວນ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ປະຕິບັດການຫັນເປັນດີຈີຕອນ, ຫັນເປັນສີຂຽວ.
ສ່ວນທ່ານນາງ Kay Hart, ຢືນຢັນການໃຫ້ຄຳໝັ້ນສັນຍາຈະສືບຕໍ່ຄົ້ນຄວ້າໂອກາດເປີດກວ້າງ ແລະ ພັດທະນາຜະລິດຕະພັນ, ເຕັກໂນໂລຊີໃໝ່ຢູ່ ຫວຽດນາມ, ພ້ອມທັງຍູ້ແຮງບັນດາການເຄື່ອນໄຫວປະຊາຄົມ.