ທ່ານນາງຮອງປະທານປະເທດ Nguyen Thi Doan ມອບທຶນສຶກສາ
ໃຫ້ແກ່ເດັກທຸກຍາກຢູ່ເຂດໄຕງວຽນ
ພາບ:internet
|
(vovworld) - ຕອນເຊົ້າວັນທີ 28/10, ຢູ່ ນະຄອນ Pleiku, ທ່ານນາງຮອງປະທານປະເທດ Nguyen Thi Doan ມອບ 700 ທຶນສຶກສາລວມມູນຄ່າ 2,1 ຕື້ດົ່ງໃຫ້ແກ່ເດັກທຸກຍາກຢູ່ 5 ແຂວງໃນເຂດໄຕງວຽນຄື: Gialai, Daklak, Dacknong, Kontum ແລະ Lam Dong. ທ່ານນາງຮອງປະທານປະເທດ ສະເຫນີການນຳບັນດາແຂວງດ່ັງກ່າວ ແລະ ຂະແຫນງການກ່ຽວຂ້ອງຂຶ້ນກັບເຂດ ໄຕງວຽນ ຕ້ອງເອົາໃຈໃສ່ເບິ່ງແຍງເດັກທຸກຍາກກວ່າອີກ. ສຸມແຫລ່ງເງິນລົງທຶນໃຫ້ແກ່ຂົງເຂດການສຶກສາ ແລະ ບຳລຸງສ້າງ, ສ້າງເງື່ອນໄຂສະດວກໃຫ້ແກ່ພວກນ້ອງໃນເກັ່ນອາຍຸໄປໂຮງຮຽນ. ທ່ານນາງຮອງປະທານປະເທດ Nguyen Thi Doan ປາດຖະຫນາວ່າ ມີຜູ້ໃຈບຸນໃຈກຸສົນນັບມື້ນັບຫລາຍຄົນຊ່ວຍເຫລືອເດັກທຸກຍາກເພື່ອໃຫ້ພວກນ້ອງມີກາລະໂອກາດໄດ້ໄປໂຮງຮຽນ, ເປັນຕົ້ນແມ່ນເດັກນ້ອຍຢູ່ເຂດຂົນເຜົ່າສ່ວນຫນ້ອຍ. ກ່າວຄຳເຫັນນະພິທີ, ທ່ານນາງຮອງປະທານປະເທດ Nguyen Thi Doan ຢືນຢັນວ່າ:
“ພັກ ແລະ ລັດ ພ້ອມກັບອຳນາດການປົກຄອງທ້ອງຖິ່ນມີຄວາມເອົາໃຈໃສ່ທີ່ສຸດເຖິງການສຶກສາ ແລະ ບຳລຸງສ້າງ. ແຕ່ສຳລັບ 5 ແຂວງ ຢູ່ ເຂດໄຕງວຽນ, ບັນຫາການສຶກສາ ແລະ ບຳລຸງສ້າງພວມແມ່ນບັນຫາທີ່ຈຳເປັນຢ່າງຮີບດ່ວນ. ພວກເຮົາຄວນຫລຸດຜ່ອນບັນດາກິດຈະກຳກໍ່ສ້າງທີ່ບໍ່ທັນຈຳເປັນ, ບັນດາລາຍການສອນວິຊາຊີບທີ່ບໍ່ທັນຈຳເປັນເພື່ອສຸມແຫລ່ງທຶນກໍ່ສ້າງໂຮງຮຽນໃຫ້ພວກຫລານ.“