ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນເຂົ້າຮ່ວມກອງປະຊຸມສະພາທົ່ວໂລກເພື່ອແມ່ຍິງ
ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ
(ພາບ: ອິນເຕີແນັດ)
(vovworld) - ຕອນບ່າຍວັນທີ 28/8, ກອງປະຊຸມສະພາທົ່ວໂລກເພື່ອແມ່ຍິງ (WAW 2015) ໄຂຂຶ້ນຢູ່ນະຄອນຫລວງ ໂຕກຽວ ປະເທດ ຍີ່ປຸ່ນ. ກອງປະຊຸມດັ່ງກ່າວ ດຳເນີນໃນເວລາ 2 ວັນຄືວັນທີ 28 – 29/8 ໂດຍມີການເຂົ້າຮ່ວມຂອງຜູ້ແທນເກືອບ 150 ຄົນ, ລວມມີບັນດາການນຳ ລັດ, ເຈົ້າໜ້າທີ່ລັດຖະບານ ທີ່ມາຈາກ 40 ປະເທດ, 8 ອົງການຈັດຕັ້ງສາກົນ, ບັນດາວິສາຫະກິດ ນັກຮຽນຮູ້, ປັນຍາຊົນທີ່ມີຊື່ສຽງຢູ່ຫລາຍປະເທດ ແລະ ພາກພື້ນ. ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ. ກ່າວຄຳເຫັນໄຂກອງປະຊຸມ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ເນັ້ນໜັກຄວາມໝາຍຂອງເພດຍິງ ແລະ ເພດຊາຍພ້ອມກັນຮ່ວມມືເພື່ອສ້າງສັງຄົມສະດວກໃຫ້ແກ່ທັງ 2 ຝ່າຍ. ຕໍ່ຈາກບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ບັນດານັກປະຖະກະຖາໄດ້ແນະນຳບົດປະກອບຄວາມເຫັນຫລາຍບົດກ່ຽວຂ້ອງເຖິງຫົວເລື່ອງສຶກສາໃຫ້ເດັກຍິງ, ແມ່ຍິງ ແລະ ເສດຖະກິດ.