ທ່ານນາງ ຕອງທິຟ໋ອງ ຢ້ຽມຢາມພະນັກງານ,
ນັກຮົບປ້ອມປ້ອງກັນຊາຍແດນແຂວງ ບິ່ງເຟື໋ອກ
( ພາບ: daibieunhandan.vn )
( vovworld ) - ວັນທີ 23/2, ທ່ານນາງ ຕອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ພ້ອມກັບຄະນະຜູ້ແທນພະນັກງານຂອງສະພາແຫ່ງຊາດໄດ້ລົງຢ້ຽມຢາມ, ເຮັດວຽກ ແລະ ມອບຂອງຂວັນໃຫ້ພະນັກງານ, ນັກຮົບປ້ອມປ້ອງກັນຊາຍແດນ ລົກອານ, ຕາແສງ ລົກອານ, ເມືອງ ລົກນິງ, ແຂວງ ບິ່ງເຟື໋ອກ ແລະ ກອງບັນຊາການທະຫານຊາຍແດນແຂວງ ບິ່ງເຟື໋ອກ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນປ້ອງກັນຊາຍແດນທົ່ວປວງຊົນຄືວັນທີ 3/3. ນະທີ່ນີ້, ທ່ານນາງ ຕອງທິຟ໋ອງ ໄດ້ເວົ້າວ່າ, ຕ້ອງສ້າງສາຍພົວພັນກັບບັນດາກຳລັງຢູ່ເຂດຊາຍແດນຂອງກຳປູເຈຍ, ປະຕິບັດວຽກງານປ້ອງກັນ ແລະ ຕ້ານການຄ້າເຖື່ອນຢູ່ເຂດຊາຍແດນເປັນຢ່າງດີ. ທ່ານນາງ ຕອງທິຟ໋ອງ ກໍຮັບຮູ້ການມີຫົວຄິດປະດິດສ້າງຂອງການນຳແຂວງ ແລະ ທະຫານຊາຍແດນຂອງແຂວງໃນການມອບດິນປູກປ່າ ແລະ ປູກຕົ້ນໄມ້ອຸດສາຫະກຳທີ່ມີມູນຄ່າດ້ານເສດຖະກິດສູງ, ຜ່ານນັ້ນເສີມຂະຫຍາຍກຳລັງແຮງຂອງວຽກງານປ້ອງກັບປະເທດໃນຍຸດທະສາດກໍ່ສ້າງເຂດປ້ອງກັນສົມທົບກັບການພັດທະນາເສດຖະກິດຢູ່ຕາມເຂດຊາຍແດນ.