ທ່ານນາງ ຕ່ອງທິຟອງ ຮອງປະທາ ສະພາແຫ່ງຊາດ ພົບປະນັກສຳມະນາກອນຊຸດບຳລຸງພາສາຫວຽດ ບັນດາແຂວງພາກເໜືອຂອງລາວ
(VOVWORLD) - ຕອນບ່າຍວັນທີ 28 ມິຖຸນາ, ທ່ານ ນາງ ຕ່ອງທິຟອງ, ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ, ໄດ້ພົບປະກັບຊຸດບຳລຸງພາສາຫວຽດ ບັນດາແຂວງພາກເໜືອຂອງລາວ ຢູ່ແຂວງເຊີນລາ.
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ກມານພົບປະ |
ປະຈຸບັນ, ແຂວງເຊີນລາ ມີກວ່າ 1.000 ນັກສຳມະນາກອນ, ນັກສຶກສາລາວ ພວມຮໍ່າຮຽນຢູ່ບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ພາຍໃນແຂວງ. ໃນນັ້ນ, ສະເພາະປີ 2017 ມີກວ່າ 100 ນັກສຳມະນາກອນ ແມ່ນພະນັກງານບັນດາແຂວງພາກເໜືອຂອງລາວ ພວມເຂົ້າຮ່ວມຊຸດຝຶກອົບຮົມ, ບຳລຸງພາສາຫວຽດ. ກ່າວຄຳເຫັນໃນການພົບປະ, ທ່ານ ນາງ ຕ່ອງທິຟອງ ສະເໜີໃຫ້ແຂວງເຊີນລາ, ວິທະຍາໄລແຂວງເຊີນລາ, ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ບັນດານັກສຳມະນາກອນ ແລະ ໃນໄລຍະຈະມາເຖິງຄວນສືບຕໍ່ຈັດຕັ້ງບັນດາຊຸດບຳລຸງກ່ຽວກັບທັກສະການເຄື່ອນໄຫວ ໃຫ້ບັນດາສະມາຊິກສະພາປະຊາຊົນບັນດາແຂວງພາກເໜືອຂອງລາວ.
“ໄລຍະຈະມາເຖິງພວກເຮົາຈະພ້ອມກັນເສີມຂະຫຍາຍ ເພື່ອໃຫ້ສອງພັກນັບມື້ນັບເພີ່ມທະວີມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ໝັ້ນຄົງ ແລະ ມີການພັດທະນາ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຜ່ານການຮຽນພາສາ ພວກເຮົາຈະຮັບຮູ້ໄດ້ຫຼາຍປະການ ກ່ຽວກັບການພົວພັນລະຫວ່າງສອງພັກ - ສອງລັດ ແລະ ໜ້າທີ່ຂອງພວກເຮົາ. ຈົ່ງຖືວ່ານີ້ແມ່ນໜ້າທີ່ພິເສດທີ່ອົງຄະນະພັກ ແລະ ອຳນາດການປົກຄອງມອບໝາຍໃຫ້ບັນດານັກສຳມະນາກອນ.