ທ່ານ​​ນາງ ຫງວຽນ​ທິ​ແທັງ ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ UNICEF ປະ​ຈຳ ຫວຽດ​ນາມ

(VOVWORLD) - UNICEF ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການວິຊາການຂອງສະພາແຫ່ງຊາດ ເພື່ອບູລະນະລະບອບລະບຽບການ, ຂໍ້ກຳນົດຂອງກົດໝາຍ, ແກ້ໄຂບັນດາບັນຫາ ທີ່ກ່ຽວຂ້ອງເຖິງສະພາບການຂາດຄວາມສະເໝີພາບທາງເພດຕອນເກີດລູກ...
ທ່ານ​​ນາງ ຫງວຽນ​ທິ​ແທັງ ຮອງ​ປະ​ທານ​ສະພາ​ແຫ່ງ​ຊາດ ໃຫ້​ການ​ຕ້ອນ​ຮັບ​ຜູ້​ຕາງ​ໜ້າ  UNICEF ປະ​ຈຳ ຫວຽດ​ນາມ - ảnh 1ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ແລະ ທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າກອງທຶນສຳລັບເດັກ ສປຊ (UNICEF) (ພາບ:  quochoi.vn)

ຕອນບ່າຍວັນທີ 2 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າກອງທຶນສຳລັບເດັກ ສປຊ (UNICEF) ປະຈຳຫວຽດນາມ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຢັ້ງຢືນ ຄວາມສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການຖືເປັນສຳຄັນການພັດທະນາເສດຖະກິດ, ຕິດພັນກັບຄວາມກ້າວໜ້າ, ຄວາມສະເໝີພາບໃນສັງຄົມ, ໃນນັ້ນມີແມ່ຍິງ ແລະ ເດັກນ້ອຍ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ. ທ່ານນາງ ຫງວຽນທິແທັງ ເຊື່ອໝັ້ນວ່າ UNICEF ປະຈຳ ຫວຽດນາມ ຈະສືບຕໍ່ປະກອບສ່ວນຫຼາຍກ່ວາອີກເຂົ້າໃນການສ້າງ, ຊຸກຍູ້ ສິດທິເດັກ, ແມ່ຍິງ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກ່ວາໝູ່, ທ່ານນາງປາດຖະໜາຢາກໃຫ້ UNICEF ສືບຕໍ່ຮ່ວມເດີນທາງ, ໜູນຊ່ວຍ, ສົມທົບກັບບັນດາກະຊວງ, ຂະແໜງການ ແລະ ອົງການວິຊາການຂອງສະພາແຫ່ງຊາດ ເພື່ອບູລະນະລະບອບລະບຽບການ, ຂໍ້ກຳນົດຂອງກົດໝາຍ, ແກ້ໄຂບັນດາບັນຫາ ທີ່ກ່ຽວຂ້ອງເຖິງສະພາບການຂາດຄວາມສະເໝີພາບທາງເພດຕອນເກີດລູກ; ເບິ່ງແຍງດູແລສຸຂະພາບທາງດ້ານຮ່າງກາຍ ແລະ ຈິດໃຈໃຫ້ແກ່ເດັກນ້ອຍ…

ສ່ວນທ່ານນາງ Silvia Danailov ຫົວໜ້າຜູ້ຕາງໜ້າ UNICEF ປະຈຳ ຫວຽດນາມ ໄດ້ສະແດງຄວາມພ້ອມທີ່ຈະຮ່ວມເດີນທາງ, ໜູນຊ່ວຍຫວຽດນາມປະກອບສ່ວນເຂົ້າໃນການສ້າງບັນດາກົນໄກນະໂຍບາຍທີ່ກ່ຽວຂ້ອງເຖິງເດັກນ້ອຍຄືສະພາບການຂາດໂພສະນາການ  ຢ່າງຮ້າຍແຮງ, ຄວາມສ່ຽງເກີດພະຍາດ ອ້ວນ, ການເບິ່ງແຍງດູແລສຸຂະພາບທາງດ້ານຈິດໃຈ, ການປົກປ້ອງເດັກນ້ອຍໃນສະພາບແວດລ້ອມທາງເຄືອຂ່າຍອິນເຕີເນັດ, ຍົກສູງກຳລັງຄວາມສາມາດໃນການປ້ອງກັນຕ້ານການນຳໃຊ້ຄວາມຮຸນແຮງ ແລະ ບັນດາຂໍ້ລິເລີ່ມໜູນຊ່ວຍເດັກນ້ອຍທີ່ຕິດແປດທາດພິດສີສົ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ