ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ
(VOVWORLD) - ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ໂຄສະນາ, ຂົນຂວາຍ, ແນະນຳພະສົງສຳມະເນນ, ພຸດທະສາສະນິກະຊົນ ເປັນເຈົ້າການປະຕິບັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ.
ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: TTXVN) |
ວັນທີ 05 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໂດຍພະມະຫາອາຈານ ທິກແທງຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນຳໜ້າ.
ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ ໃຫ້ແກ່ສັງຄົມ, ປະເທດຊາດຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນວິວັດການຮ່ວມແຮງຮ່ວມໃຈ, ພ້ອມກັບລັດ, ອຳນາດການປົກຄອງບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ໂຄສະນາ, ຂົນຂວາຍ, ແນະນຳພະສົງສຳມະເນນ, ພຸດທະສາສະນິກະຊົນ ເປັນເຈົ້າການປະຕິບັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃຫ້ຫລາຍກ່ວາອີກ ເພື່ອສ້າງສະມາຄົມພຸດທະສາສະໜານັບມື້ນັບໝັ້ນຄົງເຂັ້ມແຂງກ່ວາ.