ທ່ານນາງHillary Clinton ຍາດໄຊຊະນະໃນການເລືອກຕັ້ງໂດຍສັງເຂບຢູ່Nevada
ທ່ານນາງ Hillary Clinton
ພາບ:internet
|
(vovworld)- ວັນທີ 20/2, ຢູ່ ລັດ Nevada ໄດ້ດຳເນີນການເລືອກຕັ້ງໂດຍສັງເຂບຂອງ ພັກປະຊາທິປະໄຕ ຕາມຮູບການປະຊຸມລັບລະຫວ່າງ ຜູ້ສະໝັກຮັບເລືອກຕັ້ງປະທານາທິບໍດີ ອາເມລິກາ ສອງທ່ານ, ນັ້ນແມ່ນ ທ່ານນາງ ອະດີດລັດຖະມົນຕີການຕ່າງປະເທດ ອາເມລິກາ Hillary Clinton ແລະ ສະມາຊິກສະພາສູງລັດ Vermont, Bernie Sanders ເພື່ອຕາງຫນ້າໃຫ້ພັກນີ້ແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ໃນເດືອນ 11 ຈະມາເຖິງ. ໝາກຜົນການນັບບັດໃຫ້ເຫັນວ່າ ທ່ານນາງ Hillary Clinton ຍາດໄດ້ 52,3% ຈຳນວນບັດສະຫນັບສະຫນູນ ຢູ່ ລັດ Nevada, ສ່ວນທ່ານ Sanders ພຽງຍາດໄດ້ 47,7% ຈຳນວນບັດສະຫນັບສະຫນູນ.