ທ່ານນາຍົກລັດຖະມົນຕີຊີ້ນໍາການຮັບມືກັບໄພທໍາມະຊາດ, ຝົນຕົກໜັກຜິດປົກກະຕິ
(VOVWORLD) - ໃນໄລຍະຜ່ານມາ, ບາງປະເທດໃນພາກພື້ນ ໄດ້ເກີດຝົນຕົກໜັກແກ່ຍາວຫຼາຍມື້ໃນບໍລິເວນກວ້າງ, ອັນໄດ້ສົ່ງຜົນເສຍຫາຍອັນໜັກໜ່ວງເຖິງຊີວິດອິນຊີ ແລະ ຊັບສິນ.
(ພາບປະກອບ: baochinhphu.vn) |
ເພື່ອເປັນເຈົ້າການໃນການປ້ອງກັນ ແລະ ຮັບມືກັບສະພາບທີ່ເກີດຂຶ້ນຢ່າງຜິດປົກກະຕິຂອງໄພທໍາມະຊາດ ຕໍ່ໜ້າຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ຊີ້ນໍາ, ຈັດຕັ້ງການຕິດຕາມສະພາບການຜັນແປຂອງດິນຟ້າອາກາດ, ໄພທໍາມະຊາດຢ່າງໃກ້ຊິດ, ການພະຍາກອນ, ກ່າວເຕືອນ, ແຈ້ງຂ່າວໃຫ້ບັນດາອົງການຮັບຜິດຊອບ ແລະ ປະຊາຊົນຮັບຮູ້ຢ່າງທັນການ ເພື່ອຮັບໃຊ້ວຽກງານຊີ້ນໍາ, ຮັບມື.
ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານໄພທໍາມະຊາດ, ຄະນະກໍາມະການແຫ່ງຊາດກ່ຽວກັບການຮັບມືກັບອຸປະຕິເຫດ, ໄພທໍາມະຊາດ ແລະ ຊອກຫາ, ກູ້ໄພກູ້ຊີບໄດ້ ຊີ້ນໍາ, ສໍາຫຼວດກວດຄືນວິທີການຮັບມືກັບບັນດາກໍລະນີໄພທໍາມະຊາດທີ່ອາດຈະເກີດຂຶ້ນ, ໃນນັ້ນຕ້ອງມີວິທີການຮັບມືຢ່າງລະອຽດ ເມື່ອເກີດມີຝົນຕົກໜັກ, ນໍ້າຖ້ວມຢ່າງຜິດປົກກະຕິໃນບໍລິເວນກວ້າງ, ແນໃສ່ເປັນເຈົ້າການຮັບມື, ຈໍາກັດຜົນເສຍຫາຍກ່ຽວກັບຊີວິດອິນຊີ ແລະ ຊັບສິນຂອງປະຊາຊົນ.