(ພາບປະກອບ)
(vovworld) - ວັນທີ 17/1, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ພັນລະຍາສິ້ນສຸດການຢ້ຽມຢາມ ຫວຽດນາມ ເປັນທາງການຢ່າງຈົບງາມແຕ່ວັນທີ 16-17/1, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ. ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ມີການເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເຂົ້າຄຳນັບທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕາມພິທີການທູດ, ພົບປະເຈລະຈາກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ນາຍົກລັດຖະມົນຕີ ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເປັນປະທານການພົບປະສົນທະນາກັບວິສາຫະກິດ ຫວຽດນາມ - ຍີ່ປຸ່ນ; ພົບປະກັບທ່ານຫົວໜ້າຄະນະຈັດຕັ້ງສູນກາງ, ປະທານກຸ່ມ ສະມາຊິກລັດຖະສະພາ ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ຟ້າມມິງຈິ໋ງ; ພົບປະກັບອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແລະ ພະນັກງານ, ນັກສຶກສາມະຫາວິທະຍາໄລ ຫວຽດນາມ - ຍີ່ປຸ່ນ ຈຳນວນໜຶ່ງ.
ທີ່ການພົບປະເຈລະຈາ, ສອງຝ່າຍເຫັນດີເປັນເອກະສັນ ສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກ່ຽວກັບດ້ານການເມືອງ, ຜ່ານການຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງ, ເພີ່ມທະວີບັນດາກົນໄກເຈລະຈາຢ່າງມີປະສິດທິຜົນ. ທັງສອງຝ່າຍເຫັນດີເປັນເອກະສັນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ສອງຝ່າຍບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບເລື່ອງຊຸກຍູ້ຜັນຂະຫຍາຍການເຊື່ອມຕໍ່ສອງພື້ນຖານເສດຖະກິດ ຜ່ານການຊຸກຍູ້ການລົງທຶນ, ການຄ້າ, ODA, ແລະ ການຮ່ວມມືໃນບັນດາຂົງເຂດທີ່ສາມາດຊ່ວຍໜູນກັນໄດ້. ສອງຝ່າຍເຫັນດີຜັນຂະຫຍາຍຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດການຮ່ວມມື ຫວຽດນາມ - ຍີ່ປຸ່ນ ເຖິງປີ 2020, ວິໄສທັດ 2030 ກໍ່ຄືຂໍ້ລິເລີ່ມລວມ ຍີ່ປຸ່ນ - ຫວຽດນາມ ໄລຍະທີ 6 ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ ຫວຽດນາມ… ຍີ່ປຸ່ນສືບຕໍ່ໜູນຊ່ວຍ ຫວຽດນາມພັດທະນາເສດຖະກິດ - ສັງຄົມ, ຜ່ານແຫຼ່ງທຶນ ODA , ໃຫ້ຄຳໝັ້ນສັນຍາສະໜອງ ODA ຕື່ມອີກໃນປີການເງິນ 2016 ໃຫ້ແກ່ ຫວຽດນາມ ທີ່ມີມູນຄ່າປະມານ 123 ຕື້ເຢັນ (ກວ່າ 1 ຕື້ USD).
ສອງຝ່າຍຢືນຢັນສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ສອງຝ່າຍເຫັນດີຕໍ່ຄວາມສຳຄັນຂອງການຮັບປະກັນສັນຕິພາບ, ຄວາມສະຫງົບປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ, ບັນດາຝ່າຍກ່ຽວຂ້ອງບໍ່ມີການກະທຳທີ່ກໍ່ຄວາມເຄັ່ງຕຶງ ແລະ ຫັນເປັນການທະຫານ ພາໄປເຖິງການປ່ຽນແປງສະພາບເດີມຢູ່ທະເລຕາເວັນອອກ. ສອງຝ່າຍເຫັນດີຊຸກຍູ້ການແກ້ໄຂຄວາມຂັດແຍ້ງກັນດ້ວຍມາດຕະການສັນຕິພາບ, ເຄົາລົບບັນດາວິວັດທະນາການດ້ານການທູດ ແລະ ນິຕິກຳຢ່າງຄົບຖ້ວນ, ບໍ່ນຳໃຊ້ກຳລັງອາວຸດ ຫຼືນາບຂູ່ນຳໃຊ້ກຳລັງອາວຸດ, ເຄົາລົບກົດໝາຍສາກົນ, ພິເສດແມ່ນສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ກໍ່ຄືຖະແຫຼງການກ່ຽວກັບການປະພືດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ກໍ່ສ້າງກົດແຫ່ງການປະພືດຢູ່ທະເລຕາເວັນອອກ (COC).