ທ່ານນາຍົກລັດຖະມົນຕີຕ້ອນຮັບປະທານຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສປຊ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ
ຕ້ອນຮັບທ່ານ Raijendra Pachauri)
(vovworld) – ຕອນບ່າຍວັນທີ 21/01, ຢູ່ຮ່າໂນ້ຍ, ທີ່ຕ້ອນຮັບທ່ານປະທານຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ສປຊ Raijendra Pachauri, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ເນັ້ນໜັກວ່າ ການປ່ຽນແປງຂອງດິນຟ້າອາກດແມ່ນບັນຫາເຊິ່ງຫວຽດນາມ ມີຄວາມເອົາໃຈໃສ່ເປັນພິເສດ, ເພາະວ່າຕາມການຄາດຄະເນແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຍ້ອນການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ. ຫວຽດນາມຖືການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ, ຮັບມືກັບໄພທຳມະຊາດແມ່ນຄວາມຮຽກຮ້ອງເປັນຕາຍໃນວິວັດແຫ່ງການພັດທະນາຢ່າງໝັ້ນຄົງຂອງຕົນ. ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ໂດຍທ່ານນາຍົກລັດຖະມົນຕີເປັນຫົວໜ້າ ແລະ ສ້າງຕັ້ງສະພາໃຫ້ຄຳປຶກສາເພື່ອເຕື້ອງເຖິງບັນດາບົດລາຍງານ ກໍ່ຄືຍົກອອກຄຳຕັກເຕື່ອນແນໃສ່ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນຕໍ່ໜ້າ ແລະ ຍາວນານ.
ທ່ານນາຍົກລັດຖະມົນຕີກໍ່ເນັ້ນໜັກວ່າ, ຫວຽດນາມ ຢືນຢັນຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນ, ຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມໂລກເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫວຽດນາມ ກໍ່ປາດຖະໜາຢາກສືບຕໍ່ໄດ້ຮັບການຮ່ວມມື, ໜູນຊ່ວຍຢ່າງມີປະສິດທີຜົນຈາກສປຊ, ບັນດານັກອຸປະຖຳສາກົນ; ບັນດານັກວິທະຍາສາດສາກົນກວ່າອີກ.
ສ່ວນທ່ານ Raijendra Pachauri ຢືນຢັນວ່າ, ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການປ່ຽນແປງຂອງດິນຟ້າອາກາດສປຊ ຈະຮຽງບ່າຮຽງໄຫຼ່ພ້ອມກັບຫວຽດນາມ ໃນຄວາມມານະພະຍາຍາມຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນ້ຳທະເລຂຶ້ນສູງ ກໍ່ຄືໃນການຮັບມືກັບບັນດາປະກົດການທຳມະຊາດທີ່ຫຍໍ້ທໍ້ອື່ນໆທີ່ເກີດຂຶ້ນ ຍ້ອນການປ່ຽນແປງຂອງດິນຟ້າອາກາດ.