ທ​່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິ​ງ​ຈິງເຂົ້າ​ຮ່ວມ ກອງ​ປະ​ຊຸມ EAS 16

(VOVWORLD) -ຕອນຄ່ຳວັນທີ 27 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 16, ພ້ອມກັບການນຳປະເທດ ອາຊຽນ ແລະ ຄູ່ຮ່ວມມືລວມມີ: ຈີນ, ຍີ່ປຸ່ນ, ສ.ເກົາຫຼີ, ອົດສະຕາລີ, ນິວຊີແລນ, ອິນເດຍ, ລັດເຊຍ, ອາເມລິກາ ແລະ ທ່ານເລຂາທິການໃຫຍ່ ອາຊຽນ.

ທ​່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິ​ງ​ຈິງເຂົ້າ​ຮ່ວມ ກອງ​ປະ​ຊຸມ EAS 16 - ảnh 1ທ່ານນາຍົກລັດຖະມົນຕີຟ້າມມິງຈິງເຂົ້າຮ່ວມ ກອງປະຊຸມ EAS 16

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ກອງປະຊຸມສຸດຍອດ ອາຊີຕາເວັນອອກ ຄວນສືບຕໍ່ເສີມຂະຫຍາຍບົດບາດ ແລະ ຄຸນຄ່າທາງຍຸດທະສາດ ຊຸກຍູ້ການປະພຶດຢ່າງໂປງໄສ, ການໂອ້ລົມສົນທະນາຢ່າງກົງໄປກົງມາ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊ່ວຍ ສ້າງຄວາມແຕກຕ່າງໃຫ້ກົມກຽວ, ເພີ່ມທະວີການແບ່ງປັນຄວາມຮັບຜິດຊອບ ປະກອບສ່ວນເຂົ້າໃນຮັກສາສະພາບແວດລ້ອມແຫ່ງການສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ບັນດາປະເທດ ຄວນຮ່ວມແຮງຮ່ວມໃຈກັນຄຸ້ມຄອງການປ່ຽນແປງຢ່າງເໝາະສົມ, ມີປະສິດທິຜົນ, ຍົກສູງການຮ່ວມມືຫຼາຍຝ່າຍ, ມີນະໂຍບາຍທີ່ກົມກຽວ, ສົມທົບກັນກະທຳເພື່ອຮັບມືກັບສິ່ງທ້າທາຍທີ່ພວມເກີດຂຶ້ນ ຢ່າງມີປະສິດທິຜົນ, ສະກັດກັ້ນຄວາມສ່ຽງທີ່ອາດຈະເກີດຄວາມບໍ່ສະຫງົບ ແລະ ຊຸກຍູ້ການພັດທະນາ, ການຟື້ນຟູແບບຍືນຍົງ, ເປັນຕົ້ນແມ່ນເສດຖະກິດ - ສັງຄົມ ຫຼັງໂລກລະບາດ.

ເມື່ອເນັ້ນໜັກເຖິງຄວາມມານະພະຍາຍາມຍູ້ແຮງການຟື້ນຟູເສດຖະກິດ ດ້ວຍການຖືປະຊາຊົນ ແລະ ວິສາຫະກິດ ເປັນໃຈກາງ ແລະ ເປັນຜູ້ເຂົ້າຮ່ວມ. ທ່ານນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ອາຊຽນ ແລະ ຄູ່ຮ່ວມມື ຈົ່ງສົມທົບກັນເພີ່ມທະວີກາລະໂອກາດໃນການສຳຜັດ ແລະ ເປີດກ້ວາງຕະຫຼາດ ຂອງກັນ, ການສົ່ງອອກ ແລະ ຖ່າຍທອດເຕັກໂນໂລຢີ ດີຈີຕອນ…

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກວ່າການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ, ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່ທະເລຕາເວັນອອກ ແມ່ນຜົນປະໂຫຍດລວມ ແລະ ຕ້ອງມີການຮ່ວມແຮງຮ່ວມໃຈ ປະກອບສ່ວນຈາກ ທຸກໆປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ