ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດExxonMobilອາເມລິກາ

(VOVWORLD) -ຕອນບ່າຍວັນທີ 29 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Jon Gibbs, ຮອງປະທານກຸ່ມບໍລິສັດ Exxon Mobil ຮັບຜິດຊອບ ອາຊີ ປາຊິຟີກ - ຕາເວັນອອກກາງ ແລະ ທ່ານ Park Shin Won, ອະດີດເຈົ້າຄອງນະຄອນ Osan, ສເກົາຫລີ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດExxonMobilອາເມລິກາ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບການນຳກຸ່ມບໍລິສັດExxonMobil

ພາບ:nhandan

ທີ່ການຕ້ອນຮັບທ່ານ Jon Gibbs, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ: ລັດຖະບານຫວຽດນາມ ຈະສ້າງທຸກເງື່ອນໄຂສະດວກເພື່ອໃຫ້ກຸ່ມບໍລິສັດ Exxon Mobil ຜັນຂະຫຍາຍບັນດາໂຄງການຮ່ວມມືຢູ່ຫວຽດນາມ ໃຫ້ປະສົບຜົນສຳເລັດ.

ທີ່ການຕ້ອນຮັບທ່ານ Park Shin Won, ອະດີດເຈົ້າຄອງນະຄອນ Osan, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງວ່າ ລັດຖະບານຫວຽດນາມ ຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນຕ່າງປະເທດ, ໃນນັ້ນ ມີນັກລົງທຶນ ສເກົາຫລີ. ສ່ວນທ່ານ Park Shin Won ມີຄວາມປາດຖະຫນາວ່າ ທ່ານນາຍົກລັດຖະມົນຕີ ແລະ ລັດຖະບານຫວຽດນາມ ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ວິສາຫະກິດຂອງ ສເກົາຫລີ ເວົ້າລວມ ແລະ ນະຄອນ Osan ເວົ້າສະເພາະເຄື່ອນໄຫວຢ່າງສະດວກຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ